ເຜີຍແຜ່ຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ເຜີຍແຜ່ຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ

ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ອົງການຢູນີເຊັບ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມເຜີຍແຜ່ຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ເຊົ້າມື້ນີ້ ທີ່ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການນໍາສະເໜີກ່ຽວກັບເນື້ອໃນຄູ່ມືການປົກປ້ອງ, ຊ່ວຍເຫຼືອ ແລະການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ຊຶ່ງຈະກາຍເປັນບ່ອນອີງທີ່ສໍາຄັນໃຫ້ແກ່ຂະແໜງ ການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດໃນການປົກປ້ອງ, ຊ່ວຍເຫຼືອ ແລະການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ເປັນລະບົບ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ທັງຮັບປະກັນໃຫ້ຜູ້ຖືກເຄາະຮ້າຍຈາກການຄ້າມະ ນຸດທີ່ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ຮັບການຊ່ວຍເຫຼືອ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຕົນ ຕາມການກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍຕ່າງໆຂອງ ສປປ ລາວ, ພ້ອມນັ້ນ ນັກສໍາມະນາກອນ ຍັງໄດ້ແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ.

ສໍາລັບຄູ່ມືນີ້, ສ້າງຂຶ້ນໂດຍກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ຖືກຮັບຮອງຢ່າງເປັນທາງການ ໃນວັນທີ 08 ເມສາ 2020 ໂດຍທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະ ດັບຊາດ, ຊຶ່ງຈຸດປະສົງຂອງຄູ່ມືສະບັບນີ້ ກໍເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດ ກໍຄື ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ໂດຍສະເພາະແມ່ນການຜັນຂະຫຍາຍກົດໝາຍ ວ່າດ້ວຍການຕ້ານການຄ້າມະນຸດ ໝວດທີ4: ການປົກປ້ອງຜູ້ຖືກເຄາະຮ້າຍ ໂດຍສະເພາະແມ່ນມາດຕາ 41 ການສົ່ງຜູ້ຖືກເຄາະຮ້າຍ ແລະ ໝວດທີ5: ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃຫ້ເປັນອັນລະອຽດ, ແນໃສ່ການເຮັດໃຫ້ການປົກປ້ອງ, ຊ່ວຍເຫຼືອ ແລະການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃຫ້ທັນການ ແລະ ມີປະສິດທິຜົນ.

ການເຜີຍແຜ່ຄູ່ມືໃນຄັ້ງນີ້, ໂດຍເປັນປະທານຂອງທ່ານ ນາງ ບັນດິດ ປະທຸມວັນ, ຮອງປະທານຄະນະບໍລິຫານສູນກາງສະຫະພັນ,ແມ່ຍິງລາວ, ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ຮ່ວມກັບ ທ່ານ ນາງ ບີອາເຕ ດັດສະເທວ, ຜູ້ຕາງໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ, ເຂົ້າຮ່ວມມີບັນດາສະມາຊິກກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຕ່າງໜ້າຈາກກະຊວງ-ອົງການຂັ້ນສູນກາງ, ບັນດາທ່ານຕາງໜ້າສະຖານທູດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຈໍານວນ 100 ກວ່າຄົນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply