ຖໍ້າປິວໄດ້ກາຍເປັນ ອະນຸສອນສະຖານທາງດ້ານປະຫວັດສາດຂອງ ສປປ ລາວ ທີ່ຈາລຶກເຖິງຄວາມໂຫດຮ້າຍປ່າເຖື່ອນໃນສະໃໝສົງຄາມ ຍ້ອນວ່າປະຊາຊົນລາວທີ່ພວມລີ້ໄພຢູ່ໃນຖໍ້າດັ່ງກ່າວຈໍານວນ 374 ຄົນໄດ້ເສຍຊີວິດພຽງສ້ຽວວິນາທີຈາກເຮືອບິນ F105 ຂອງສັດຕູທີ່ຍິງລູກສອນໄຟອັນຮ້ອນແຮງເຂົ້າໃນຖໍ້າປິວແຫ່ງນີ້ ໃນວັນທີ 24 ພະຈິກ ປີ ຄສ 1968.
ຖໍ້າປິວຕັ້ງຢູ່ເປີ້ນພູໃນເຂດບ້ານບວມລອງ ເມືອງຄໍາ ແຂວງຊຽງຂວາງ, ຖໍ້າແຫ່ງນີ້ປົກຄຸມໄປດ້ວຍຕົ້ນໄມ້ທີ່ທຶບໜາ ແລະ ຍັງມີຄວາມອຸດົມສົມບູນຕ່າງໆທາງດ້ານທໍາມະຊາດ. ພາຍໃນຖໍ້າມີຜົ້ງກວ້າງ ແລະ ຍາວເລິກເຂົ້າໄປທາງໃນຫຼາຍຮ້ອຍແມັດ, ໄລຍະແຕ່ຕີນພູຂຶ້ນໄປຮອດປາກຖໍ້າສູງປະມານ 80 ແມັດ ແລະ ຢູ່ເບື້ອງລຸ່ມຂອງຖໍ້າກໍ່ມີຖໍ້ານໍ້າທີ່ໃສ ແລະ ເຢັນໄຫຼລອດອອກມານໍາຮູ.
ຍ້ອນມີການເສຍຊີວິດຂອງປະຊາຊົນທີ່ລີ້ໄພຈໍານວນ 374 ຄົນໃນສະໃໝສົງຄາມ, ດັ່ງນັ້ນຖໍ້າດັ່ງກ່າວຈຶ່ງເປັນອະນຸສອນສະຖານອັນມີຄວາມໝາຍສໍາຄັນທາງດ້ານປະຫວັດສາດ ແລະ ພໍຮອດວັນທີ 24 ພະຈິກ ຂອງທຸກໆປີ ຊຶ່ງຖືວ່າເປັນວັນຄຽດແຄ້ນຂອງສົງຄາມຮຸກຮານ, ອໍານາດການປົກຄອງແຂວງ, ເມືອງ, ບ້ານກໍ່ໄດ້ນໍາພາປະຊາຊົນໄດ້ຮ່ວມກັນຈັດພິທີລະນຶກວັນດັ່ງກ່າວ ແລະ ໄວ້ອາໄລເຖິງດວງວິນຍານຂອງເຫຍື່ອສົງຄາມໃນຄັ້ງນັ້ນ.
ເມື່ອຄົບຮອບ 5 ປີໃດ ກໍ່ໄດ້ມີການຈັດງານໃຫ່ຍລະດັບຊາດຂຶ້ນເທື່ອໜຶ່ງເພື່ອລະນຶກເຖິງວັນດັ່ງກ່າວເຊັ່ນກັນ, ຊຶ່ງການຈັດງານແຕ່ລະຄັ້ງມີປະຊາຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈໍານວນຫຼາຍ.
ຂ່າວ: ວຽງຈັນທາຍ
ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ

