ມີຫຼາຍກວ່າ 10 ວຽກງານຈຸດສຸມ ທີ່ລັດຖະບານຈະປະຕິບັດປະຈໍາເດືອນຕຸລາ ປີ 2020 ນີ້

ມີຫຼາຍກວ່າ 10 ວຽກງານຈຸດສຸມ ທີ່ລັດຖະບານຈະປະຕິບັດປະຈໍາເດືອນຕຸລາ ປີ 2020 ນີ້

ຫຼາຍໜ້າວຽກທີ່ສໍາຄັນທີ່ລັດຖະບານຍັງຈະສືບຕໍ່ປະຕິບັດໃນເດືອນຕຸລາ 2020 ທີ່ຈະມາເຖິງນີ້ ໂດຍໄດ້ຍົກຂຶ້ນມາປຶກສາຫາລືທີ່ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນກັນຍາ  2020 ໄດ້ຈັດຂຶ້ນເມື່ອວັນທີ 17-18 ກັນຍາທີ່ຜ່ານມາ ຢູ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ໜ້າວຽກທີ່ຈະສືບຕໍ່ປະຕິບັດປະກອບມີການສືບຕໍ່ເພີ່ມທະວີຄວາມຮັບຜິດຊອບການເມືອງ ໃນການປົກປັກຮັກສາຄວາມສະຫງົບເປັນລະບຽບ ຮຽບຮ້ອຍໃນສັງຄົມ, ໂດຍຍົກສູງຄວາມເປັນເຈົ້າການໃນການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ: ການຄາດຕະກໍາ, ປຸ້ນຈີ້ຊິງຊັບ, ອຸປະຕິເຫດ, ອາລະວາດຕີກັນ, ຂີ້ລັກງັດແງະ, ອັກຄີໄພ,ບັນຫາສິ່ງເສບຕິດ ທີ່ເປັນໄພອັນຕະລາຍ ແລະ ສ້າງຄວາມກັງວົນໃຫ້ແກ່ສັງຄົມຫຼຸດໜ້ອຍຖອຍລົງ ເທື່ອລະກ້າວ, ສືບຕໍ່ເພີ່ມທະວີການປະສານສົມທົບ ລະຫວ່າງ ຂະແໜງການກ່ຽວຂ້ອງ ແລະ ບັນດາທ້ອງຖິ່ນ ເພື່ອຮັບປະກັນຄວາມເຂັ້ມງວດໃນການເຂົ້າ-ອອກ ຢູ່ບັນດາດ່ານຊາຍແດນຕ່າງໆ (ທາງບົກ, ທາງນໍ້າ, ທາງອາກາດ) ແລະ ການລັກລອບເຂົ້າມາຈາກປະເທດໃກ້ຄຽງ ແນໃສ່ປ້ອງກັນການລະບາດ ຂອງພະຍາດ ໂຄວິດ-19 ແລະ ສະກັດກັ້ນການສ້າງຄວາມບໍ່ສະຫງົບຕາມຊາຍແດນ, ສືບຕໍ່ລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ປັບປຸງບັນດາສິ່ງກີດຂວາງ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ; ຍົກສູງປະສິດທິພາບການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ, ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້, ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດກາ ບັນດາສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ.

ນອກນັ້ນຈະໄດ້ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກຳ ໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດ ເປັນຕົ້ນ: ການສະໜອງຊີ້ນໝູ, ງົວ, ຄວາຍ, ພຶດຜັກພາຍໃນ ແລະ ການສົ່ງອອກງົວໄປ ສປ ຈີນ ທັນຕາມກຳນົດເວລາ,  ຮັບປະກັນໄດ້ຄຸນນະພາບ ແລະ ຄວາມຕໍ່ເນື່ອງ. ພ້ອມນີ້, ໃຫ້ຮີບຮ້ອນກະກຽມຊຸກຍູ້ການຜະລິດລະດູແລ້ງ ໂດຍສະເພາະ ການຜະລິດເຂົ້ານາແຊງ ໃຫ້ທັນຕາມລະດູການ ແລະ ໃນຕໍ່ໜ້າໃຫ້ຄົ້ນຄວ້າການຜະລິດເຂົ້າໃຫ້ໄດ້ ປີໜຶ່ງ 3 ລະດູການ ໂດຍສຸມໃສ່ເຂດທີ່ມີທ່າແຮງ ເພື່ອຮັບປະກັນການຂາດເຂົ້າກິນຂອງປະຊາຊົນ ໃນທົ່ວປະເທດ, ລົງເລິກຄົ້ນຄວ້າ ບັນຈຸນັກສຶກສາທີ່ສຳເລັດ ການສຶກສາມັດທະຍົມຕອນປາຍ ເຂົ້າໃນສາຂາວິຊາຊີບ ແລະ ມະຫາວິທະຍາໄລ ໃຫ້ເໝາະສົມກັບຄວາມຕ້ອງການຂອງວຽກງານຕົວຈິງ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ, ໃຫ້ກະຊວງພະລັງງານ ແລະ ບໍ່ເເຮ່ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ອະທິບາຍຊີ້ແຈງຕໍ່ບັນຫາທີ່ສັງຄົມມີຄວາມສົນໃຈ ກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກຂອງລັດວິສາຫະກິດໄຟຟ້າລາວ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ, ສືບຕໍ່ຊຸກຍູ້ໂຄງການລົງທຶນພັດທະນາພະລັງງານໄຟຟ້າ, ສາຍສົ່ງ ແລະ ບໍ່ແຮ່  ໃຫ້ດໍາເນີນໄປຕາມແຜນທີ່ກໍານົດໄວ້ ແລະ ໃຫ້ທັນສົ່ງກະແສໄຟຟ້າໃຫ້ປະເທດເພື່ອນບ້ານ ຕາມສັນຍາທີ່ໄດ້ກໍານົດໄວ້, ສືບຕໍ່ຄົ້ນຄວ້າແກ້ໄຂວຽກເຮັດງານທໍາ ໃຫ້ແຮງງານລາວທີ່ເດີນທາງກັບມາຈາກຕ່າງປະເທດ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19, ປຶກສາຫາລືກ່ຽວກັບຄວາມເໝາະສົມໃນການຈັດງານບຸນອອກພັນສາ ແລະ ງານບຸນນະມັດສະການພຣະທາດຫຼວງວຽງຈັນ ທີ່ຈະມາເຖິງນີ້ ຈະຈັດໃຫ້ກະທັດຮັດແບບໃດຈຶ່ງຈະເໝາະສົມເພື່ອຫຼີກເວັ້ນຄວາມສ່ຽງການຕິດເຊື້ອພະຍາດໂຄວິດ-19 ແລະ ວຽກງານອື່ນໆ.

ຂ່າວ-ພາບ: ສນຍ

Related Articles

Leave a Reply