ຄະນະນໍາຂັ້ນສູງພັກ-ລັດ, ຄະນະບໍລິຫານງານສູນກາງພັກ ແລະ ປວງຊົນຊາວລາວ ຫຼາຍຮ້ອຍຄົນໄດ້ເຂົ້າຮ່ວມໄວ້ອາໄລມື້ສຸດທ້າຍໃນງານຊາປະນະກິດສົບອະດີດລັດຖະມົນຕີກະຊວງພາຍໃນ ສະຫາຍ ຄໍາໝັ້ນ ສູນວິເລີດ ທີ່ໄດ້ຈັດຂຶ້ນໃນຕອນບ່າຍຂອງມື້ວັນເສົາວັນທີ 19 ກັນຍາ ນີ້ທີ່ວັດເທບນິມິດ (ວັດທາດຝຸ່ນ) ພາຍຫຼັງທີ່ສົບຂອງເພີ່ນໄດ້ບໍາເພັນກຸສົນເປັນເວລາ 6 ວັນ ນັບແຕ່ວັນທີ 14 – 19 ກັນຍາ 2020 ທີ່ສະໂມສອນກະຊວງປ້ອງກັນປະເທດ. ສ່ວນມື້ຕັກບາດຖະຫວາຍສັງກະທານຈະໄດ້ຈັດຂຶ້ນໃນຕອນເຊົ້າວັນອັງຄານ ວັນທີ 22 ກັນຍາ ທີ່ຈະມາເຖິງນີ້ ດ້ວຍພຣະສົງ 9 ອົງ.
ທ່ານອະດີດລັດຖະມົນຕີກະຊວງພາຍໃນໄດ້ເຈັບເປັນກະທັນຫັນ ແລະ ເສຍຊີວິດໃນຕອນເຊົ້າຂອງວັນທີ 14 ກັນຍາທີ່ຜ່ານມາ ລວມອາຍຸໄດ້ 70 ປີ. ສະຫາຍ ຄໍາໜັ້ນ ສູນວິເລີດ ເປັນຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ບ້ານເມືອງໄດ້ອຸທິດແຮງກາຍ ແລະ ແຮງໃຈໃນການພັດທະນາປະເທດຊາດໂດຍໄດ້ເຄີຍຮັບໜ້າທີ່ຫຼາຍຕໍາແໜ່ງ ເຊັ່ນ: ເຄີຍເປັນອະດີດກໍາມະການສໍາຮອງສູນກາງພັກສະໄໝ ທີ 4, ອະດີດກໍາມະການສູນກາງພັກສະໄໝທີ 5,6,7,8,9 ແລະ 10, ອະດີດເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ອະດີດເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ, ອະດີດເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ ແລະ ອະດີດເລຂາຄະນະພັກ ລັດຖະມົນຕີກະຊວງພາຍໃນ.
ຂ່າວ: ວຽງຈັນທາຍ

