ພິທີເປີດນໍາໃຊ້ ແລະ ອອກອາກາດຢ່າງເປັນທາງການ ຂອງສະຖານີວິທະຍຸຊຸມຊົນ ເພື່ອການພັດທະນາ ເມືອງນາກາຍ ແຂວງ ຄໍາມ່ວນ ໄດ້ຈັດຂຶ້ນ ວັນທີ 25 ກັນຍາ 2020 ນີ້, ພາຍໃຕ້ ໂຄງການ ສົ່ງເສີມການມີສ່ວນຮ່ວມ ຂອງປະຊາຊົນຜ່ານວິທະຍຸຊຸມຊົນ (ສສປວ ), ໂດຍການຊີ້ນໍາຂອງກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທຽວ, ໂດຍການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາລາວ (ສປຊ) ແລະ ບໍລິສັດໄຟຟ້ານໍ້າເທີນ 2 ຈໍາກັດ, ລວມເປັນມູນຄ່າທັງໝົດ 200,000 ໂດລາ.
ໂຄງການດັ່ງກ່າວແມ່ນມີໄລຍະເວລາ 3 ປີ ເລີ່ມຕັ້ງແຕ່ເດືອນກັນຍາ ປີ 2019 ຫາເດືອນ ສິງຫາ ປີ 2022, ເພື່ອແນ່ໃສ່ຮັບປະກັນໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງຂໍ້້ມຸນຂ່າວສານເພີ່ມຂຶ້ນ ໃນດ້ານຕ່າງໆ, ພ້ອມດຽວກັນນັ້ນ ຊຸມຊົນຈະສາມາດມີສ່ວນຮ່ວມໃນການຕັດສິນໃຈ ເພື່ອພັດທະນາຊຸມຊົນກໍ່ຄື ຊ່ວຍປັບປຸງຄຸນນະພາບຊີວິດຂອງພວກເຂົາໃຫ້ດີຂຶ້ນ.
ໃນພິທີເປີດສະຖານີວິທະຍຸຊຸມຊົນດັ່ງກ່າວ, ເຈົ້າແຂວງ ແຂວງຄໍາມ່ວນ, ທ່ານ ໂອໄດ ສຸດາພອນ ໄດ້ກ່າວຂອບໃຈຕໍ່ອົງການສະຫະປະຊາຊາດເພື່ອການ ພັດທະນາປະຈໍາລາວ ແລະ ບໍລິສັດໄຟຟ້ານໍ້າເທີນ 2 ຈໍາກັດສໍາລັບການປະກອບສ່ວນທີ່ສໍາຄັນໃຫ້ແກ່ວິທະຍຸຊຸມຊົນ ເພື່ອເປັນ ເຄື່ອງມືອັນມີປະສິດທີພາບສໍາລັບການພັດທະນາເສດຖະກິດ-ສັງຄົມ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງພາຍໃນ ເມືອງ ກໍ່ຄືໃນແຂວງ.
ພ້ອມດຽວກັນນັ້ນ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ຮັບຮອງເອົາຜົນສໍາເລັດ ຂອງໂຄງການດັ່ງກ່າວ, ຊຶ່ງເປັນການປະກອບສ່ວນ ອັນສໍາຄັນໃນການພັດທະນາປະເທດ, ໃນຂະນະດຽວກັນ ທ່ານ ກໍ່ຍັງປຸກລະດົມໃຫ້ທຸກຄົນ ເຮັດວຽກຮ່ວມກັນ ເພື່ອແກ້ໄຂບັນຫາ ແລະ ຜ່ານຜ່າສິ່ງທ້າທາຍຕ່າງໆທີ່ຈະເຂົ້າມາໃນອະນາຄົດ.
ການເປີດນໍາໃຊ້ສະຖານີໃນຄັ້ງນີ້ຍັງເປັນການປະກອບສ່ວນເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030, ຊຶ່ງປະຈຸບັນ, ລາຍການອອກອາກາດທາງວິທະຍຸຊຸມຊົນໄດ້ອອກອາກາດຫຼາຍຫົວຂໍ້ທີ່ກ່ຽວກັບການສຶກສາ, ສຸຂະພາບ, ກະສິກໍາ ແລະ ສິ່ງແວດລ້ອມ ແລະ ອື່ນໆ, ໂດຍສະເພາະວິທະຍຸຊຸມຊົນແຫ່ງນີ້ ແມ່ນຊ່ອງທາງໜຶ່ງໃນການແລກປ່ຽນ ແລະ ສົ່ງຕໍ່ຂໍ້ມູນໃຫ້ກັບຊຸມຊົນ ເຊິ່ງຈະກ້າວໄປເຖິງການມີສ່ວນຮ່ວມໃນການຕັດສິນໃຈຂອງຊຸມຊົນເພື່ອການພັດທະນາເສດຖະກິດສັງຄົມຢ່າງແທ້ຈິງ.
ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວ ໂດຍ ເຈົ້າແຂວງ ແຂວງຄໍາມ່ວນ, ທ່ານ ໂອໄດ ສຸດາພອນ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ, ຕາງໜ້າຈາກອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ, ທ່ານ ນາງ ຈິນຮາ ຄິມ ແລະ ຜູ້ອໍານວຍການຝ່າຍເຕັກນິກ ແລະ ການຜະລິດ ບໍລິສັດໄຟຟ້ານໍ້າເທີນ2 ຈໍາກັດ, ທ່ານ ສເຕຟານ ເລມາຊອນ, ພ້ອມດ້ວຍບັນດາຜູ້ເຂົ້າຮ່ວມຈາກລະດັບສຸນກາງ ແລະ ທ້ອງຖິ່ນ ຂອງລັດຖະບານ,ຄູ່ຮ່ວມ ພັດທະນາ, ອາສາສະໝັກວິທະຍຸຊຸມຊົນ ແລະ ບັນດາອົງການຈັດຕັ້ງທ້ອງຖີ່ນ.
ຂ່າວ: ວຽງຈັນທາຍ

