ສປປ ລາວ ແລະ ສ.ເຢຍລະມັນ ສືບຕໍ່ຮ່ວມມືພາຍໃຕ້ໂຄງການ ຮ່ວມມືເພື່ອການພັດທະນາລະຫວ່າງ ສອງປະເທດ

ສປປ ລາວ ແລະ ສ.ເຢຍລະມັນ ສືບຕໍ່ຮ່ວມມືພາຍໃຕ້ໂຄງການ ຮ່ວມມືເພື່ອການພັດທະນາລະຫວ່າງ ສອງປະເທດ

ສໍາລັບປີ 2020 ລັດຖະບານ ສ. ເຢຍລະມັນ ໃຫ້ການສະໜັບສະໜູນ ເປັນມູນຄ່າ ທັງໝົດ 26.5 ລ້ານເອີໂຣ ໃຫ້ແກ່ໂຄງການຮ່ວມມືເພື່ອການ ພັດທະນາລະຫວ່າງ ສປປ ລາວ ແລະ ສ. ເຢຍລະມັນ. 

ບົດລາຍງານ ໄດ້ ຖືກລາຍງານໃນກອງປະຊຸມເຈລະຈາການຮ່ວມມື ເພື່ອການ ພັດທະນາລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສ. ເຢຍລະມັນ ທີ່ໄດ້ຈັດຂຶ້ນຢູ່ກະຊວງແຜນການ ແລະ ການລົງທຶນ, ນະຄອນຫຼວງວຽງຈັນ ຊຶ່ງມີຄະນະຜູ້ແທນຝ່າຍລາວນໍາພາໂດຍ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທ່ານ ປອ. ກິແກ້ວ ຈັນທະບູຣີ ແລະ ຄະນະຜູ້ແທນຝ່າຍ ເຢຍລະມັນ ນໍາພາໂດຍຫົວໜ້າພະແນກ ຂອງກະຊວງຮ່ວມມືເສດຖະກິດ ແລະ ການພັດທະ ນາແຫ່ງເຢຍລະມັນ ທ່ານ ຄລາວ ຊຸບ.

ອີງໃສ່ ສະພາບການແຜ່ລະບາດພະຍາດ ໂຄວິດ-19 ທ່ານ ຄລາວ ຊຸບ ພ້ອມດ້ວຍ ຜູ້ແທນຝ່າຍເຢຍລະມັນຈໍານວນໜຶ່ງ ບໍ່ສາມາດເດີນທາງມາ ເຂົ້າຮ່ວມກອງ ປະຊຸມ ດ້ວຍຕົນເອງ ແລະ ໄດ້ເຂົ້າຮ່ວມຜ່ານການປະຊຸມທາງໄກແທນ.

ໃນກອງປະຊຸມເຈລະຈາຄັ້ງນີ້, ທັງສອງລັດຖະບານ ໄດ້ຕົກລົງເຫັນດີສືບ ຕໍ່ການຮ່ວມມືອັນໃກ້ຊິດ ໃນການຈັດຕັ້ງປະຕິບັດໂຄງການທີ່ມີຢູ່ ລວມທັງບັນດາໂຄງການໃໝ່ທີ່ໄດ້ເຈລະຈາໃນກອງປະຊຸມດັ່ງກ່າວ ເພື່ອຮັບປະກັນໃຫ້ບັນລຸຜົນສໍາເລັດຕາມໄລຍະເວລາທີ່ໄດ້ກໍານົດໄວ້ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ແລະ ຮັບປະກັນໃຫ້ ການຮ່ວມ ມືອັນຍາວ ນານລະຫວ່າງທັງສອງປະເທດ. 

ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ກິແກ້ວ ຈັນທະບູຣີ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສ. ເຢຍລະມັນ ໄດ້ມີບົດບາດສໍາຄັນໃນການສະໜັບສະໜູນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ. ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ສປປ ລາວ ຂໍສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນຂອງ ສ. ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍອັນລໍ້າຄ່າແກ່ ສປປ ລາວ”. 

ທ່ານ ຄລາວ ຊຸບ ໄດ້ກ່າວວ່າ: ລັດຖະບານ ສ. ເຢຍລະມັນຂໍສະແດງ ຄວາມຊົມເຊີຍຕໍ່ຜົນສໍາເລັດ ແລະ ຄວາມກ້າວໜ້າ ພາຍໃຕ້ການຮ່ວມ ມືລາວ-ເຢຍລະມັນ ພວກເຮົາໄດ້ສະໜັບສະໜູນ ການພັດທະນາຂົງເຂດຊົນນະບົດ ກໍຄືການສ້າງເສັ້ນທາງຊົນນະບົດ ແລະ ການຄຸ້ມຄອງທີ່ດິນ ເປັນເວລາເກືອບ 25 ປີ. ພວກເຮົາມີຄວາມຮູ້ສຶກພູມໃຈ ຕໍ່ຜົນສໍາເລັດທີ່ທັງສອງລັດຖະບານ ໄດ້ບັນລຸຮ່ວມກັນ ບໍ່ວ່າຈະເປັນໃນດ້ານການຮ່ວມມືໃນຂະແໜງອະຊີວະສຶກສາ ຈົນເຖິງການຄຸ້ມຄອງຊັບພະຍາກອນທໍາມະຊາດ ໂດຍສະເພາະການປົກ ປັກຮັກສາຊັບພະຍາກອນປ່າໄມ້”. ຂົງເຂດບູລິມະສິດ ຂອງການຮ່ວມ ມືລາວ-ເຢຍລະມັນ ກວມເອົາການພັດທະນາຂົງເຂດຊົນນະບົດ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ການພັດທະນາເສດຖະກິດແບບຍືນຍົງ ແລະ ການປົກຄອງ.

ສປປ ລາວ ແລະ ສ. ເຢຍລະມັນ ມີການຮ່ວມມືພັດທະນາກັນຫຼາຍດ້ານນັບແຕ່ ປີ 1958 ເປັນຕົ້ນມາ. 

ຂ່າວ-ພາບ ວຽງດາວັນ

Related Articles

Leave a Reply