ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື (ຖວທ) ໄດ້ແຈ້ງໃຫ້ຮູ້ວ່າ: 3 ເດືອນທ້າຍປີ 2020 ນີ້, ອໍານາດການປົກຄອງແຂວງອັດຕະປື ໄດ້ກະກຽມ ຫຼາຍກິດຈະກໍາທີ່ຕິດພັນກັບວັດທະນະທໍາ, ຮີດຄອງປະເພນີ ແລະ ທໍາມະຊາດເພື່ອສົ່ງເສີມການທ່ອງທ່ຽວລາວທ່ຽວລາວ ຫຼື ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.
ກິດຈະກໍາການສົ່ງເສີມການທ່ອງທ່ຽວດັ່ງກ່າວຈະປະກອບມີ ການສະເຫຼີມສະຫຼອງ ຫຼື ບຸນສົມໂພດອະນຸສາວະລີຮູບປັ້ນພະເຈົ້າໄຊຍະເຊດຖາທິຣາດ ທີ່ບ້ານຫາດຊາຍຂາວ ເມືອງໄຊເຊດຖາ, ບຸນກິນເຂົ້າ ໃໝ່ເປັນເອກະລັກຂອງຊົນເຜົ່າຕະລ່ຽງ ຂອງເມືອງຊານໄຊ, ບຸນໄຂປະຕູເລົ້າ ຫຼັງຈາກເກັບກ່ຽວແລ້ວ ຂອງເຜົ່າໂອຍ ບ້ານອິນທີ ເມືອງສະໜາມໄຊ, ບຸນເຂົ້າບ້ານຂອງເຜົ່າເບົຣາ ຂອງເມືອງພູວົງ.
ນອກນັ້ນຍັງຈະໄດ້ຈັດໃຫ້ມີກິດຈະກໍາການທ່ອງທ່ຽວແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ທາງດ້ານວັດທະນະທໍາ ຊຶ່ງປະກອບມີ ນໍ້າຕົກຕາດແຊພະ, ນໍ້າຕົກຕາດແຊ ປ້ອງໄລ, ປ່າສະຫງວນແຫ່ງຊາດ, ເຊປຽນ, ນໍ້າຕົກ ຕາດສະໝອງພາກ, ປ່າສະຫງວນແຫ່ງຊາດດົງອໍາພາມ, ໜອງຟ້າ, ໜອງໄກ່ໂອກ, ນໍ້າຕົກຕາດຫົວຄົນ, ວັດຊະແຄະ, ໝູ່ບ້ານຊົນເຜົ່າໂອຍ, ເສັ້ນທາງໂຮ່ຈິມິນ, ລູກຈະຫຼວດຕົກຄ້າງໃນປາງສົງຄາມ ແລະ ສະຖານທີ່ທ່ອງທ່ຽວອື່ນໆ.
ຂ່າວ: ວຽງຈັນທາຍ
ຂໍ້ມູນ-ພາບ: ຖວທ ອັດຕະປື

