ຍີ່ປຸ່ນ ມອບອຸປະກອນກິລາຄົນພິການ ນໍາໃຊ້ເຂົ້າໃນການຝຶກຊ້ອມ ເພື່ອກຽມເຂົ້າຮ່ວມງານແຂ່ງຂັນກິລາພາຣາແລມປິກ ໂຕກຽວ ປີ 2021

ຍີ່ປຸ່ນ ມອບອຸປະກອນກິລາຄົນພິການ ນໍາໃຊ້ເຂົ້າໃນການຝຶກຊ້ອມ ເພື່ອກຽມເຂົ້າຮ່ວມງານແຂ່ງຂັນກິລາພາຣາແລມປິກ ໂຕກຽວ ປີ 2021

ລັດຖະບານຍີ່ປຸ່ນ ໄດ້ສະໜັສະໜູນ ອຸປະກອນກິລາຄົນພິການ ໃຫ້ຄະນະກຳມະການພາຣາແລມປິກ ແຫ່ງຊາດລາວ ເພື່ອປະກອບສ່ວນໃຫ້ຄູຝຶກ ແລະ ນັກກິລາ ໄດ້ໄປນໍາໃຊ້ເຂົ້າໃນການ ຝຶກແອບ-ຝຶກຊ້ອມ ໃນການຍົກລະດັບຄວາມຮູ້-ຄວາມສາມາດດ້ານກິລາໃຫ້ດີຂຶ້ນເທື່ອລະກ້າວ, ໂດຍສະເພາະແນໃສ່ຝຶກຊ້ອມນັກກິລາຄົນພິການ ເພື່ອກຽມເຂົ້າຮ່ວມງານແຂ່ງຂັນກິລາພາຣາແລມປິກ ໂຕກຽວ ປີ 2021 ທີ່ຈະມາເຖິງນີ້.

ການສະໜັບສະໜູນອຸປະກອນຄັ້ນີ້ແມ່ນ ພາຍໃຕ້ໂຄງການຊ່ວຍເຫຼືອ ວັດທະນະທຳ ຂັ້ນຮາກຖານ ຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ຊຶ່ງປະກອບມີ ຄານຍົກນໍ້າໜັກ ແລະ ຊຸດແຜ່ນນໍ້າໜັກ 2 ຊຸດ ລວມມູນຄ່າ 10.000 ກວ່າໂດລາສະຫະລັດ ແລະ ຕຽງ ສໍາລັບກິລາຍົກນໍ້າໜັກຄົນພິການ 2 ຊຸດ ລວມມູນຄ່າ 4.000 ກວ່າໂດລາສະຫະລັດ, ໂດຍສະເພາະການຊ່ວຍເຫຼືອນີ້ ແມ່ນມີຄວາມໝາຍຄວາມສຳຄັນ ເພື່ອພັດທະນາຄົນພິການ ໃຫ້ມີໂອກາດເຄື່ອນໄຫວທາງດ້ານກິລາ-ກາຍຍະກໍາ ແລະ ສົ່ງເສີມໃຫ້ຄົນພິການລາວ ທີ່ດ້ອຍໂອກາດ ໄດ້ມີໂອກາດເຂົ້າຮ່ວມ ຂະບວນການຄື່ອນໄຫວກິລາ ນັບມື້ນັບຫຼາຍຂຶ້ນເທື່ອລະກ້າວ.

ພິທີມອບ-ຮັບອຸປະກອນ ດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 8 ຕຸລາ 2020 ຢູ່ນະຄອນຫຼວງວຽງຈັນ ລະຫວ່າງ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວາກະ ເຄໂຊ ແລະ ຮອງປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ຫົວໜ້າຄະນະຮັບຜິດຊອບໂຄງການສະໜອງອຸປະກອນກິລາຄົນພິການ, ທ່ານ ສີທາດ ຈັນທະບູລີ, ໂດຍມີ ລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ຮ່ວມເປັນສັກຂີພິຍານ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply