ບໍລິສັດ ສິນນະຄອນການໂຍທາ ຈຳກັດມະຫາຊົນສົນໃຈລົງທຶນສ້າງທາງລົດໄຟແຕ່ເມືອງທ່າແຂກ ແຂວງຄໍາມ່ວນໂດຍຜ່ານແຂວງສະຫວັນນະເຂດ, ສາລະວັນ ແລະ ສິ້ນສຸດຢູ່ແຂວງຈໍາປາສັກ ຊຶ່ງມີຄວາມຍາວປະມານ 345 ກິໂລແມັດ ໂດຍຈະລົງທຶນປະມານ 20 ຕື້ບາດ ໂດຍຮ່ວມມືກັບລັດຖະບານລາວ ຊຶ່ງຈະເລີ່ມສໍາຫຼວດຫຼັງຈາກທີ່ປະເທດລາວ ແລະ ໄທ ໄດ້ເປີດດ່ານ ໂດຍຈະໃຊ້ເວລາໃນການສໍາຫຼວດປະມານ 6-10 ເດືອນ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາ-ສຳຫຼວດ ແລະ ອອກແບບລະອຽດ ກ່ຽວກັບຄວາມເປັນໄປໄດ້ ໃນການພັດທະນາ ໂຄງການທາງລົດໄຟດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 16 ຕຸລາທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ, ເຊັນຕາງໝ້າລັດຖະບານລາວ ໂດຍ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ທ່ານ ນາງ ຄຳຈັນ ວົງແສນບູນ ແລະ ປະທານບໍລິສັດ ສິນນະຄອນການໂຍທາ ຈຳກັດມະຫາຊົນ ທ່ານ ວັນໄຊ ອິນທະລາເຊດ, ມີທ່ານຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ວຽງຈັນທາຍ
ພາບປະກອບ

