ລັດຖະບານລາວ ຕາງໜ້າໂດຍ ລັດວິສາຫະກິດໄຟຟ້າລາວ ຮ່ວມມືກັບບໍລິສັດ ກຸ່ມບໍລິສັດວິທະຍາສາດ-ເຕັກໂນໂລຊີ GEELY ແລະ ກຸ່ມບໍລິສັດກິດຕິພົງ ເພື່ອພັດທະນາ ແລະ ນໍາໃຊ້ພາຫະນະທີ່ແລ່ນດ້ວຍໄຟຟ້າເພື່ອທົດແທນພາຫະນະທີ່ແລ່ນດ້ວຍນໍ້າມັນເຊື້ອໄຟ (ປະເພດລົດເມ- ລົດໂດຍສານ) ເພື່ອເປັນການຫຼຸດຜ່ອນມົນລະພິດທາງອາກາດ ຊຶ່ງຈະມີການເລີ່ມທົດລອງນໍາໃຊ້ໃນປີ 2021 ທີ່ຈະມາເຖິງນີ້.
ພິທີເຊັນສັນຍາການຮ່ວມມືດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 20 ຕຸລາ ທີ່ຜ່ານມາ ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ທ່ານ ປອ ຄຳມະນີ ອິນທິລາດ ແລະ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ທ່ານ ຈຽງຈາຍຕົງ.
ຂໍ້ມູນ: ສູນຂ່າວພະລັງງານ ແລະ ບໍ່ແຮ່
ພາບປະກອບ

