ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ເນັ້ນສະເພາະພິທີທາງສາດສະໜາ

ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ເນັ້ນສະເພາະພິທີທາງສາດສະໜາ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແຈ້ງໃຫ້ຮູ້ວ່າ: ບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ນີ້, ຈະເນັ້ນສະເພາະພິທີທາງສາດສະໜາ ເຊັ່ນ: ກາບໄຫ້ວ, ແຫ່ຜາສາດເຜິ້ງ, ພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ ແລະ ພິທີຕັກບາດໃນຕອນເຊົ້າຊຶ່ງໃຫ້ຈັດຢູ່ສະ ເພາະແຕ່ເດີ່ນສະໜາມຫຼວງ ແລະ ຈະອະນຸຍາດໃຫ້ພຽງແຕ່ຮ້ານຂາຍອາຫານ, ຮ້ານເຂົ້າຫຼາມ-ປິ້ງໄກ່, ຮ້ານຂາຍເຄື່ອງດື່ມ (ທີ່ບໍ່ມີທາດເຫຼົ້າ), ຮ້ານຂາຍດອກໄມ້, ທູບ-ທຽນ ເພື່ອບູຊາ ເທົ່ານັ້ນທີ່ສາມາດວາງຂາຍ ຢູ່ໃນງານບຸນດັ່ງກ່າວ ແຕ່ຕ້ອງໃຫ້ປະຕິບັດມາດ ຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ, ສ່ວນຕະຫຼາດນັດວາງສະແດງສິນຄ້າ ແລະ ງານບັນເທີງຕ່າງໆ ແມ່ນບໍ່ອະນຸຍາດໃຫ້ຈັດ.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແຈ້ງໃຫ້ຮູ້ຕື່ມອີກວ່າ: ສໍາລັບມື້ງານບຸນ ແມ່ນຈະຈັດແບບກະທັດຮັດ ແລະ ພຽງແຕ່ 3 ວັນເທົ່ານັ້ນ ນັບແຕ່ວັນທີ 29-31 ຕຸລາ 2020, ຊຶ່ງມື້ວັນພະຫັດ ວັນທີ 29 ຕຸລາ 2020 ຈະມີພິທີກາບໄຫ້ວ ແລະ ແຫ່ຜາສາດເຜິ້ງ, ວັນສຸກ ວັນທີ 30 ຕຸລາ ຈະມີພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ ລະຫວ່າງທີມປະຊາຊົນ ແລະ ທີມລັດຖະບານ ທີ່ເດີ່ນພະທາດຫລວງ ແລະ ມື້ສຸດທ້າຍຄືມື້ວັນເສົາວັນທີ 31 ຕຸລາ 2020 ຈະມີພິທີຕັກບາດ ໃນຕອນເຊົ້າທີ່ເດີ່ນພະທາດຫລວງ ແລະ ພິທີວຽນທຽນໃນຕອນຄໍ່າ.

ຂ່າວ: ວຽງຈັນທາຍ

ພາບປະກອບ

Related Articles

Leave a Reply