ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ (ຖວທ), ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ, ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີ ຮັບຜິດຊອບວຽກງານວັດທະນະທຳ ແລະ ສິລະປະ ອາຊຽນ ຄັ້ງທີ 9 ພາຍໃຕ້ຫົວຂໍ້ “ຜົນກະທົບຂອງ ໂຄວິດ-19 ແລະ ທິດທາງຕໍ່ໜ້າຢູ່ໃນຂົງເຂດວຽກງານວັດທະນະທຳ ແລະ ສິລະປະ”, ພາຍໃຕ້ການ ເປັນປະທານຂອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ສິລະປະກຳ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ນາງ ເຜີ້ງ ສັກໂກນາ, ໃນວັນທີ 22 ຕຸລາ 2020 ທີ່ ນະຄອນຫຼວງວຽງຈັນ.
ກອງປະຊຸມຄັ້ງນີ້, ທ່ານ ລັດຖະມົນຕີ ຖວທ ໄດ້ມີຄຳເຫັນ ກ່ຽວກັບ ທິດທາງແຜນການຕໍ່ໜ້າເພື່ອຊຸກຍູ້ ແລະ ຂະຫຍາຍການຮ່ວມມື ໃນຂົງເຂດວຽກງານວັດທະນະທຳ ແລະ ສິລະປະ ເພື່ອຮັບປະກັນຄວາມປອດໄພຈາກພະຍາດ ໂຄວິດ-19 :
ອາຊຽນສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ ແລະ ທຸກຄົນມີສ່ວນຮ່ວມຢ່າງຕັ້ງໜ້າກັບຄະນະສະເພາະກິດ ເພື່ອຮັບປະກັນມາດຕະການ ປະຕິບັດໄດ້ບັນດາຄຳສັ່ງ ແລະ ຄໍາແນະນໍາຂອງລັດໃນແຕ່ລະໄລຍະຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອປ້ອງກັນ ການລະບາດຂອງພະຍາດ ໂຄວິດ-19 ແລະ ຈໍາກັດຄວາມສ່ຽງສູງຕໍ່ການເພີ່ມຂຶ້ນຂອງກໍລະນີຜູ້ຈະຕິດເຊື້ອໃຫມ່, ມີການປະສານງານ ແລະ ການສື່ສານໄປຍັງປະຊາຊົນໃນຂອບເຂດທົ່ວປະເທດ ເພື່ອເຜີຍແຜ່ ແລະ ໂຄສະນາໃຫ້ປະຊາຊົນເຂົ້າໃຈແຈ້ງເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນໃນການອອກຄໍາສັ່ງ ກໍ່ຄືແຈ້ງການເຕືອນຕ່າງໆຂອງຄະນະຮັບຜິດຊອບທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງພິທີການ, ການສະເຫຼີມສະຫຼອງຕ່າງໆ ຕະຫຼອດຮອດການຈັດບັນດາກິດຈະກຳອື່ນໆຕາມຮີດຄອງປະເພນີຂອງຊາດໃນຂອບເຂດທົ່ວປະເທດ, ພ້ອມທັງ ລິເລີ່ມຂອບການຮ່ວມມືແບບໃໝ່ຂອງຂົງເຂດວຽກງານສົ່ງເສີມວັດທະນະທຳ ແລະ ສິລະປະຂອງອາຊຽນໃຫ້ຫຼາຍຂຶ້ນ, ໂດຍສະເພາະການສົ່ງເສີມກິດຈະກຳຮ່ວມມືທາງໄກ (ກິດຈະກໍາອອນລາຍ) ເວົ້າສະເພາະຢູ່ໃນອາຊຽນ ກໍ່ຄືບັນດາປະເທດຄູ່ຮ່ວມເຈລະຈາຂອງອາຊຽນ.
ທ່ານ ລັດຖະມົນຕີ ຖວທ ໄດ້ມີຄຳເຫັນຕື່ມອີກ ວ່າ, ອາຊຽນຈຳເປັນຕ້ອງຮ່ວມມືກັນສືບຕໍ່ຊຸກຍູ້ການແລກປ່ຽນບົດຮຽນປະສົບການທີ່ດີ ແລະ ຂໍ້ມູນຂ່າວສານຢ່າງເປີດກວ້າງ, ເປີດເຜີຍ, ໂປ່ງໃສ ແລະ ທັງທ່ວງທັນຕໍ່ສະພາບການ; ທັງນີ້ ກໍ່ເພື່ອສືບຕໍ່ສຶກສາ ແລະ ແນະນໍາໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈເຖິງການດໍາລົງຊີວິດ ແລະ ປັບຕົວໃຫ້ສອດຄ່ອງກັບເງື່ອນໄຂ “ວິຖີການດໍາລົງຊີວິດແບບໃໝ່” ດ້ວຍຄວາມເອົາໃຈໃສ່, ໂດຍສະເພາະ ຕໍ່ກັບແຜນການຟື້ນຟູຫຼັງການແຜ່ລະບາດໃນຕໍ່ໜ້າ ເພື່ອຫຼຸດຜ່ອນຜົນກະທົບຈາກ ໂຄວິດ-19 ທີ່ສົ່ງຜົນຕໍ່ການດໍາລົງຊີວິດປົກກະຕິຂອງປະຊາຊົນ ແລະ ເສດຖະກິດຂອງຊາດ.
ຂ່າວ: ວຽງຈັນທາຍ

