ກອຍກາ ໃຫ້ການຊ່ວຍເຫຼືອລ້າ 11 ລ້ານໂດລາສະຫະລັດ ສໍາລັບໂຄງການສ້າງລະບົບຄຸ້ມຄອງນໍ້າງື່ມ

ກອຍກາ ໃຫ້ການຊ່ວຍເຫຼືອລ້າ 11 ລ້ານໂດລາສະຫະລັດ ສໍາລັບໂຄງການສ້າງລະບົບຄຸ້ມຄອງນໍ້າງື່ມ

ອົງການຮ່ວມມືສາກົນເກົາຫຼີ (ກອຍກາ ) ໄດ້ຕົກລົງໃຫ້ການຊ່ວຍເຫຼືອລ້າ 11 ລ້ານໂດລາສະຫະລັດ ສຳລັບໂຄງການ ສ້າງລະບົບຄຸ້ມຄອງນ້ຳ ທີ່ມີປະສິດທິຜົນ ແລະ ເສີມຂະຫຍາຍຄວາມພ້ອມໃນການຮັບມືກັບໄພພິບັດ ຂອງນໍ້າງື່ມ, ຊຶ່ງໂຄງການດັ່ງກ່າວ ຈະດຳເນີນການແຕ່ປີ 2020-2025.

ອົງການກອຍກາ ໄດ້ຈັດຕັ້ງປະຕິບັດໂຄງການ ສ້າງແຜນແມ່ບົດ ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແບບປະສົມປະສານ ຂອງນ້ຳງື່ມ ຢູ່ ສປປ ລາວ ຈາກປີ 2016 ຫາ 2019 ເພື່ອການຄຸ້ມຄອງທີ່ມີປະສິດທິຜົນ ຂອງແຫຼ່ງນ້ຳ ແລະ ເພີ່ມທະວີການຮັບມືກັບໄພພິບັດ, ພ້ອມທັງຈະສ້າງລະບົບຄຸ້ມຄອງແມ່ນ້ຳ ການເຕືອນໄພນ້ຳຖ້ວມ ແລະ ແຜນການໃຫ້ຂໍ້ມູນກ່ຽວກັບສະພາບສຸກເສີນການຍົກຍ້າຍໃນກໍລະນີນ້ຳຖ້ວມ ແລະ ໄພແຫ້ງແລ້ງ ຢູ່ນ້ຳງື່ມ.

ໂຄງການດັ່ງກ່າວຍັງສ້າງຄວາມເຂັ້ມແຂງໃຫ້ໜ່ວຍງານທີ່ກ່ຽວຂ້ອງໂດຍລວມ ເຊັ່ນ: ອົງການທີ່ກ່ຽວຂ້ອງກັບນ້ຳ ແລະ ປະຊາຊົນອາໄສຢູ່ອ້ອມແອ້ມນ້ຳງື່ມ ເພື່ອການຄຸ້ມຄອງຊັບພະຍາກອນນ້ຳ ຮັບມືກັບໄພພິບັດ ສ້າງ ແລະ ນຳໃຊ້ລະບົບຄຸ້ມຄອງນ້ຳແບບຢ່າງ. ນອກຈາກນີ້ແລ້ວ ຍັງມີການທົດລອງ ແລະ ການຝຶກຊ້ອມ ເພື່ອປ້ອງກັນຄວາມປອດໄພໃນກໍລະນີ ນ້ຳຖ້ວມແທ້ ເພື່ອຄວາມປອດໄພ ແລະ ຫຼຸດຜ່ອນຄວາມເສຍ ຫາຍຂອງຊັບສີນຂອງປະຊາຊົນ.

ພິທີເຊັນບົດບັນທຶກການຮ່ວມມືການຊ່ວຍເຫຼືອດັ່ງກ່າວ ລະຫວ່າງອົງການກອຍກາ ປະຈຳ ສປປ ລາວ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສຳລັບໂຄງການດັ່ງກ່າວ ຈັດຂຶ້ນຫວ່າງບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ, ໃນພິທີ ມີເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ສປປ ລາວ,​ ທ່ານ ຊັງຊູນ ຊີນ, ລັດຖະມົນຕີ ກະຊວງພະລັງງານ ແລະ ຮບໍ່ແຮ່,​ ທ່ານ ຄຳມະນີ ອິນທິລາດ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງເເວດລ້ອມ, ທ່ານ ສົມມາດ ພົນເສນາ,  ຜູ້ຕາງໜ້າອົງການກອຍກາ ປະຈຳ ສປປ ລາວ, ທ່ານ ນາງ ຈອງຮີ ອີມ,​ ຫົວໜ້າກົມພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່,​ ທ່ານ ບູນເທບ ມາໄລ,​ ຫົວໜ້າກົມແຜນການ ແລະ ການເງິນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງເເວດລ້ອມ.​ ທ່ານ ພູວົງ ຫຼວງໄຊສະນະ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply