ນໍ້າເຊບັງຫຽງຍັງສືບຕໍ່ຍຶ່ງຂຶ້ນຖ້ວມ 21 ບ້ານຂອງເມືອງສອງຄອນ

ນໍ້າເຊບັງຫຽງຍັງສືບຕໍ່ຍຶ່ງຂຶ້ນຖ້ວມ 21 ບ້ານຂອງເມືອງສອງຄອນ

ສະພາບນ້ຳຖວ້ມຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ, ນັບແຕ່ວັນທີ 17 ຕຸລາ ມາຮອດປະຈຸບັນ, ນ້ຳເຊບັງຫຽງຍັງສືບຕໍ່ເພີ່ມຂຶ້ນເຊິ່ງນ້ຳໄດ້ ລົ້ນຝັ່ງ ແລະ ໄຫຼເຂົ້າຖ້ວມເຮືອນຊານຂອງປະຊາຊົນ ໃນຫຼາຍພື້ນທີ່ໂດຍສະເພາະໃນເຂດພື້ນທີ່ຕ່ຳ ລວມມີທັງໝົດ 21 ບ້ານ, 2.327 ຄອບຄົວ, ພົນລະເມືອງ 13.455 ຄົນ, ເນື້ອທີ່ນາຖືກຖ້ວມ ທັງໝົດ 4.693 ເຮັກຕາ, ໜອງປາ 289 ໜອງ, ເນື້ອທີ່ສວນ 96 ເຮັກຕາ, ງົວຕາຍ 4 ໂຕ, ວິດຖ່າຍ 814 ໜ່ວຍ, ລະບົບຊົນລະປະທານ 9 ແຫ່ງ, ເຮືອນຊານເປ່ເພ ແລະ ຖືກນໍ້າຍູ້ໄຫຼໄປຈໍານວນໜຶ່ງ, ເສັ້ນທາງ ຫຼາຍຈຸດ ເປ່ເພ, ໂຮງຮຽນຢຸດການຮຽນຊົ່ວຄາວ 22 ແຫ່ງ, ສາຍໄຟຟ້າຂາດ 2 ຈຸດ ມີບ້ານທີ່ບໍ່ມີໄຟຟ້າໃຊ້ 19 ບ້ານ.

ສິ່ງທີ່ປະຊາຊົນຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນໃນປັດຈຸບັນນີ້ຄື: ອາຫານ, ເຂົ້າສານ, ອາຫານແຫ້ງ,ນ້ຳດື່ມ, ທຽນໄຕ້ເນື່ອງຈາກລະບົບໄຟຟ້າແມ່ນຖືກຕັດໃນປັດຈຸບັນ, ຢາທາກັນຍຸງ ຊຶ່ງປະຊາຊົນບາງສ່ວນແມ່ນໄດ້ອົບພະຍົບຂຶ້ນໄປຢູ່ປ່າເປັນການຊົ່ວຄາວ ນອກນີ້ກໍ່ແມ່ນຢາປົວພະຍາດຄົນ ແລະ ສັດຊຶ່ງປັດຈຸບັນປະຊາຊົນບາງຄົນແມ່ນຕີນເປື່ອຍ ແລະ ສັດຍຶ່ງທ້ອງຕາຍ.

ຂ່າວ-ພາບ: ອັກສອນສິນ ພົມມະຈັນ

Related Articles

Leave a Reply