ຜູ້ປະກອບການດ້ານການທ່ອງທ່ຽວຮຽກຮ້ອງໃຫ້ພາກ ສ່ວນກ່ຽວຂ້ອງຊ່ວຍເຫຼືອ

ຜູ້ປະກອບການດ້ານການທ່ອງທ່ຽວຮຽກຮ້ອງໃຫ້ພາກ ສ່ວນກ່ຽວຂ້ອງຊ່ວຍເຫຼືອ

ຜູ້ປະກອບການໃນຂະແໜງການທ່ອງທ່ຽວແຂວງຈຳປາສັກຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ມີນະໂຍບາຍພິເສດເພື່ອຊ່ວຍເຫຼືອຜູ້ປະກອບການດ້ານການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບໂດຍກົງຈາກການລະບາດຂອງພະຍາດໂຄວິດ-19.

ຜູ້ສໍາປະທານ ນ້ຳຕົກຕາດເຍືອງ ທ່ານ ນາງ ສອນທິດາ ອຸນາພົມ ໄດ້ໃຫ້ສໍາພາດຕໍ່ທີມງານໜັງສືພິມວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ຂະແໜງການທ່ອງທ່ຽວໃນແຂວງຈຳປາສັກ ແລະ ທົ່ວປະເທດ ລ້ວນແຕ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ສະເພາະນໍ້າຕົກຕາດເຍືອງ ກໍ່ແມ່ນໜຶ່ງໃນຫຼາຍສະຖານທີ່ທ່ອງທ່ຽວທີ່ໄດ້ຮັບ ຜົນກະທົບອັນໜັກໜ່ວງຈາກພະຍາດດັ່ງກ່າວ ເນື່ອງຈາກວ່າຈຳນວນນັກທ່ອງທ່ຽວ ແມ່ນຫຼຸດ ລົງຢ່າງໜ້າຕົກໃຈ, ຈາກຫຼາຍແສນຄົນຕໍ່ປີ ເຫລືອພຽງບໍ່ເຖິງ 3.000 ຄົນ ໃນ 10 ເດືອນຂອງປີນີ້, ໃນຂະນະທີ່ຕ້ອງໄດ້ແບກຫາບຄ່າໃຊ້ຈ່າຍຕ່າງໆ ໃນການບໍລິຫານຈັດການເກືອບ 200 ລ້ານກີບຕໍ່ເດືອນ.

ທ່ານນາງ ສອນທິດາ ໄດ້ກ່າວຕື່ມອີກວ່າ: ຜ່ານມາພາກລັດກໍ່ ໃຫ້ການຊ່ວຍ ເຫຼືອພວກເຮົາໃນຫຼາຍດ້ານ ແຕ່ພວກເຮົາຢາກໃຫ້ ພາກສ່ວນກ່ຽວ ຂ້ອງຊ່ວຍ ເຫຼືອຕື່ມ ເຊັ່ນ: ນະໂຍບາຍຜ່ອນຜັນດອກເບ້ຍ ທີ່ພວກເຮົາໄດ້ກູ້ຢືມ ມາເພື່ອ ບູລະນະແຫຼ່ງທ່ອງທ່ຽວແຫ່ງນີ້ ລວມທັງໃຊ້ໃນການສົ່ງເສີມປະຊາຊົນ ອ້ອມຂ້າງໃນການປູກພືດຜັກ ແລະ ອື່ນໆ.

ຂ່າວ-ພາບ: ໜິງ

Related Articles

Leave a Reply