ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດ ໃນມື້ວັນທີ 23 ຕຸລາທີ່ຜ່ານມາ ເພື່ອຕິດຕາມສະພາບນໍ້າຖ້ວມ ແລະ ຕິດຕາມວິຖີຊີວິດຂອງຜູ້ປະສົບໄພຢູ່ຕາມບ້ານ ແລະ ຕາມສູນພັກພິງຊົ່ວຄາວ.
ເນື່ອງໃນໂອກາດດັ່ງກ່າວ, ທ່ານທອງລຸນ ສີສຸລິດ ໄດ້ມອບເງິນສົດຈໍານວນ 500 ລ້ານກີບ ແລະ ມອບເຄື່ອງນຸ່ງຫົ່ມ, ເຂົ້າສານ, ອາຫານກະປ໋ອງ, ນໍ້າດື່ມ, ໝີ່ສໍາເລັດຮູບ ທີ່ໄດ້ຮັບການບໍລິຈາກ ແລະ ຊ່ວຍເຫຼືອຈາກນັກທຸລະກິດ ເອກກະຊົນ ຄິດເປັນມູນຄ່າຫຼາຍກວ່າ 800 ລ້ານກີບ, ຊຶ່ງເງິນສົດດັ່ງກ່າວ ແລະ ເຄື່ອງດັ່ງກ່າວແມ່ນຊ່ວຍເຫຼືອສະເພາະຜູ້ປະສົບໄພຢູ່ 4 ເມືອງທີ່ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມໃນຄັ້ງນີ້ ປະກອບມີເມືອງ ເຊໂປນ, ເມືອງນອງ, ເມືອງວິລະບູລີ ແລະ ເມືອງພິນ.
ຂ່າວ-ພາບ: ຫ້ອງການ ຖວທ ເມືອງເຊໂປນ

