ກອງບັນຊາການ ປກສ ນະຄອນຫຼວງ ວຽງຈັນກຽມກຳລັງອ້າຍນ້ອງເຈົ້າໜ້າທີ່ຕໍາຫຼວດ ແລະ ທະຫານ 1.170 ຄົນ ເພື່ອປ້ອງກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບໃນງານບຸນນະມັດສະການພະທາດຫລວງ ປີ 2020, ໃນໄລຍະ 3 ວັນ ນັບແຕ່ວັນທີ 29-31 ຕຸລານີ້.
ກໍາລັງດັ່ງກ່າວຈະແບ່ງອອກເປັນ ສອງກຸ່ມ ທີ່ປະຈໍາຢູ່ພື້ນທີ່ນອກ-ໃນເດີ່ນທາດຫຼວງ ໂດຍມີ 15 ຈຸດ ແລະ ຕາມບັນດາເສັ້ນທາງຕ່າງໆລວມມີ 7 ຈຸດ. ເພື່ອສະກັດກັ້ນກຸ່ມ ຄົນບໍ່ດີສວຍ ໂອກາດ ເຄື່ອນໄຫວ ລັກຊັບ, ຊິງຊັບ, ແຫກກະເປົາ ແລະ ເຫດການອື່ນໆທີ່ອາດຈະເກີດຂຶ້ນ ກັບຜູ້ມາທ່ຽວ ງານ. ກອງບັນຊາການ ປກສ ນະຄອນຫຼວງຍັງ ໄດ້ ຈັດຕັ້ງ ໜ່ວຍໂຄສະນາເພື່ອໃຫ້ມວນຊົນເພີ່ມ ຄວາມ ມີສະຕິລະວັງຕົວກ່ຽວກັບປະກົດການ ຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ.
ຂ່າວ: ວຽງຈັນທາຍ

