ປະຊາຊົນບັນດາແຂວງພາກກາງ ແລະ ພາກໃຕ້ກຽມຮັບມືກັບພະຍຸໝຸນເຂດຮ້ອນ ໂກນີ ( Goni ) ຫົວທີ່ 19

ປະຊາຊົນບັນດາແຂວງພາກກາງ ແລະ ພາກໃຕ້ກຽມຮັບມືກັບພະຍຸໝຸນເຂດຮ້ອນ ໂກນີ ( Goni ) ຫົວທີ່ 19

ປະຊາຊົນແຂວງ ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ໂດຍສະເພາະຜູ້ທີ່ອາໄສຢູ່ຕາມແຄມແມ່ນໍ້າຕ່າງໆໃຫ້ລະວັງ ແລະ ກຽມຮັບມືກັບ ພະຍຸໝຸນເຂດຮ້ອນ Goni ຫົວທີ່ 19 ທີ່ຈະເຄື່ອນຂຶ້ນຝັ່ງເຂດເມືອງ ດານັງ ສສ ຫວຽດນາມ ໃນວັນທີ 4 ຫາ 5 ພະຈິກ 2020 ແລະ ໃນຕອນເຊົ້າຂອງວັນທີ 6 ພະຈິກ 2020 ຈະອ່ອນກໍາລັງລົງກາຍເປັນພາຍຸດີເປຼຊັ້ນ ຊຶ່ງຈະເຮັດໃຫ້ມີຝົນຕົກປານກາງ ຫາ ໜັກ ແລະ ພ້ອມທັງມີລົມພັດແຮງຢູ່ບາງທ້ອງຖິ່ນຂອງແຂວງດັ່ງກ່າວ.

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ແຈ້ງເຕືອນ ໃນວັນທີ 2 ພະຈິກ 2020 ທີ່ຜ່ານມາ ເຖິງພໍ່ແມ່ປະຊາຊົນຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ຊຶ່ງ ອາດຈະເຮັດໃຫ້ມີນ້ຳຖ້ວມຊຸ, ນ້ຳຖ້ວມອັ່ງ, ເສົາໄຟຟ້າ-ຕົ້ນໄມ້ຫັກລົ້ມ ແລະ ເຮືອນຊານເປ່ເພ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply