ບໍລິສັດ ບຸບຜາຄູນຊັບ ລົງທຶນປູກພືດ ແລະ ລ້ຽງສັດທີ່ເປັນຢາ ແຂວງບໍລິຄໍາໄຊ

ບໍລິສັດ ບຸບຜາຄູນຊັບ ລົງທຶນປູກພືດ ແລະ ລ້ຽງສັດທີ່ເປັນຢາ ແຂວງບໍລິຄໍາໄຊ

ບໍລິສັດ ບຸບຜາຄູນຊັບ ຈຳກັດຜູ້ດຽວ ໄດ້ເຊັນສັນຍາສຳປະທານໂຄງການປູກພືດ ແລະ ລ້ຽງສັດທີ່ເປັນຢາ ຢູ່ເຂດບ້ານປາກເຫືອງ, ເມືອງບໍລິຄັນ ແຂວງ ບໍລິຄໍາໄຊ.

ສໍາລັບການສຳປະທານໂຄງການດັ່ງກ່າວ, ໃນເນື້ອທີ່ 100 ເຮັກຕາ, ໄລຍະເວລາ 30 ປີ, ໂດຍທາງບໍລິສັດ ບຸບຜາຄູນຊັບ ໄດ້ມີແຜນປູກພືດເປັນຢາຫຼາຍຊະນິດ ເຊັ່ນ: ຂີງດຳ, ຂີ້ໝີ້ນຂຶ້ນ, ຫວ້ານລາຍ, ເຄືອເຂົາຮໍ, ຟ້າທະລາຍໂຈນ, ສີໄຄຕົ້ນ, ເຄືອແຮ່ມ ແລະ ອື່ນໆ, ລວມທັງແຜນລ້ຽງສັດ ແມ່ນມີຂີ້ເຂັບ, ງູພິດ, ກວາງດາວ, ລີ່ນ ແລະ ແຂ້ ເພື່ອສະໜອງໃຫ້ຕະຫຼາດພາຍໃນປະເທດ ແລະ ເປັນສິນຄ້າສົ່ງອອກ.

ພິທີເຊັນສັນຍາສຳປະທານໂຄງການດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ຢູ່ໂຮງແຮມດອກຈໍາປາ ລະຫວ່າງຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ, ໂດຍ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ເລື່ອນວິໄລ ຈັນທະລາພັນ  ແລະ ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ, ໂດຍປະທານບໍລິສັດບຸບຜາຄູນຊັບ ຈຳກັດຜູ້ດຽວ, ທ່ານ ນາງ ສຸນິຕາ ບຸບຜາວັນ, ພ້ວມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ+ຂໍ້ມູນ: ນັກຂ່າວ ບໍລິຄໍາໄຊ

Related Articles

Leave a Reply