ກົມຄຸ້ມຄອງພະລັງງານ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການເມື່ອ ວັນທີ 3 ພະຈິກ 2020 ວ່າ, ໃຫ້ເຂື່ອນໄຟຟ້າຢູ່ທາງ ພາກໃຕ້ຂອງລາວ ເຊັ່ນ: ແຂວງ ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ກະກຽມ ຮັບມື ກໍລະນີສຸກເສີນຈາກພະຍຸໄຕ້ຝຸ່ນໂກນີ (TY GONI) ທີ່ຈະພັດຜ່ານເຂົ້າມາໃນລະຫວ່າງວັນທີ 5 ແລະ 6 ພະຈິກ 2020 ນີ້.
ດັ່ງນັ້ນ ເພືຶ່ອເປັນການປ້ອງກັນ ຜົນກະທົບ ຈາກໄພທໍາມະຊາດໃນຄັ້ງນີ້, ໃຫ້ແຕ່ລະ ເຂື່ອນໄຟຟ້າພາຍໃນແຂວງດັ່ງກ່າວ ກວດກາຄວາມພ້ອມ ບັນດາອຸປະກອນ ແລະ ເຄຶ່ອງມືສໍາລັບຕິດຕາມອ່າງເກັບນໍ້າ, ຕິດຕາມຕົວເຂື່ອນ ແລະ ປະຕູລະບາຍນໍ້ານອງ ໃຫ້ມີຄວາມພ້ອມ ແລະ ຮັບປະກັນການໃຊ້ງານ, ລວມທັງກຽມຄວາມພ້ອມອ່າງເກັບນໍ້າ ເພືຶ່ອຮັບຮອງນໍ້ານອງ ທີ່ຈະເຂົ້າມາ ແລະ ຖ້າເຫັນວ່າ ມີຄວາມຈໍາເປັນ ຕ້ອງໄດ້ປ່ອຍນໍ້າອອກຈາກອ່າງ ແຕ່ຫົວທີ ໂດຍປະຕິບັດຕາມລະບຽບການຄຸ້ມຄອງນໍ້າຖ້ວມ ຂອງເຂື່ອນຕົນ ຢ່າງເຄັ່ງຄັດ.
ສະເພາະ ປະຊາຊົນ ຜູ້ດໍາລົງຊິວິດຢູ່ກ້ອງຫຼື ລຸ່ມເຂື່ອນ ຈົ່ງມີສະຕິ ແລະ ກະກຽມຮັບມື ກໍລະນີສຸກເສີນໄພທໍາມະຊາດ ຈາກພະຍຸໄຕ້ຝຸ່ນໂກນີ.
ຂ່າວ: ວຽງຈັນທາຍ

