ການສົ່ງເສີມເຕັກນິກວິຊາການດ້ານການກະສິກຳ ກ່ຽວກັບ ການລ້ຽງໄກ່ ແລະ ງົວນົມ ຈະຈັດຕັ້ງປະຕິບັດໃນໄລຍະ 4 ປີ

ການສົ່ງເສີມເຕັກນິກວິຊາການດ້ານການກະສິກຳ ກ່ຽວກັບ ການລ້ຽງໄກ່ ແລະ ງົວນົມ ຈະຈັດຕັ້ງປະຕິບັດໃນໄລຍະ 4 ປີ

ໂຄງການສົ່ງເສີມເຕັກນິກວິຊາການດ້ານກະສິກໍາ ເພື່ອການພັດທະນາໂພຊະນາການ ແລະ ຮ່ວມມືໃນ ສປປ ລາວ, ຕັ້ງຢູ່ເຂດບ້ານດົງບັງ, ບ້ານນາພອກ ແລະ ບ້ານຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຈະຈັດຕັ້ງປະຕິບັດໃນໄລຍະເວລາ 4 ປີ ນັບແຕ່ນີ້ ເຖິງ ເດືອນ ສິງຫາ 2024, ຊຶ່ງເປັນໂຄງການ ຮ່ວມມືລະຫວ່າງ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ແລະ ອົງການນົມດີເພື່ອລາວ ສ. ເກົາຫຼີ, ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າເປັນເງິນ 1.210.000ໂດລາສະຫະລັດ.

ໂຄງການດັ່ງກ່າວ ແມ່ນເພື່ອສົ່ງເສີມເຕັກໂນໂລຊີດ້ານກະສິກໍາ ການລ້ຽງໄກ່ ແລະ ງົວນົມ ເພື່ອພັດທະນາໂພຊະນາການ ແລະ ການຮ່ວມມື ໃນ ສປປ ລາວ, ໂດຍແນໃສ່ເຝິກອົບຮົມເຕັກນິກວິຊາການດ້ານກະສິກໍາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນ, ສົ່ງເສີມການຄົ້ນຄວ້າເພື່ອພັດທະນາຄຸນນະພາບຂອງສິນຄ້າກະສິກໍາ, ຍົກລະດັບການສຶກສາໃຫ້ແກ່ນັກສຶກສາຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ, ຊຸກຍູ້ສົ່ງເສີມກຸ່ມ ແລະ ສະຫະກອນໃຫ້ມີການແຂ່ງຂັນໃນການຜະລິດຂອງຊາວກະສິກອນ.

ສໍາລັບ ການຄາດຄະເນຜົນໄດ້ຮັບຈາກໂຄງການດັ່ງກ່າວ ແມ່ນ ຈະສ້າງຄອບຄົວຕົວແບບດ້ານການລ້ຽງງົວນົມໄດ້ ຈໍານວນ 10 ຄອບຄົວ ແລະ ລ້ຽງໄກ່ 65 ຄອບຄົວ ຢູ່ໃນເຂດຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຈະສ້າງຜະລິດຕະພັນກະສິກໍາທີ່ເປັນເອກະລັກຂອງເຂດນີ້ ແລະ ສາມາດແຂ່ງຂັນກັບສິນຄ້າປະເພດດຽວກັນ.

ໃນນັ້ນຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ກໍຈະມີບ່ອນຄົ້ນຄວ້າ ແລະ ທົດລອງການລ້ຽງສັດ, ເປັນບ່ອນຖ່າຍທອດຄວາມຮູ້ໃຫ້ແກ່ນັກສຶກສາ ພ້ອທັງເປັນບ່ອນຍົກລະດັບຄວາມຮູ້ ແລະ ການສຶກສາໃຫ້ກັບນັກວິຊາການລາວ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການດັ່ງກ່າວ ໄດ້ຈັດຂຶ້ນວັນທີ 03 ພະຈິກ 2020 ຢູ່ນະຄອນຫຼວງວຽງຈັນ ລະຫວ່າງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ທ່ານ ຫຼ້າສາຍ ນວນທາສິງ ແລະ ຫົວໜ້າອົງການນົມດີເພື່ອລາວ ສ. ເກົາຫຼີ, ທ່ານ ເຈວອນ ລີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ: ວຽງຈັນທາຍ

ຮູບ: ປະກອບ 

Related Articles

Leave a Reply