ທົ່ວແຂວງວຽງຈັນຈະມີການເວນຍາມຕະຫຼອດ 24 ຊົ່ວໂມງ ຕາມອົງການລັດ ແລະ ເອກະຊົນ ລວມທັງຢູ່ໂຮງຈັກ-ໂຮງງານ, ໂຮງຮຽນ ແລະ ໂຮງໝໍ ເພື່ອປ້ອງກັນປະກົດການຫຍໍ້ທໍ່ຕ່າງໆ ທີ່ອາດຈະເກີດຂຶ້ນໃນໄລຍະການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້, ນອກນັ້ນຍັງມີການປິດສັນຈອນ ຕາມເສັ້ນທາງ ນັບແຕ່ວັນທີ 4 ຫາ 13 ພະຈິກ 2020 ເລີ່ມເວລາ 22 ໂມງ 00 ເປັນຕົ້ນໄປ (ຍົກເວັ້ນກໍລະນີພິເສດ).
ເຈົ້າແຂວງວຽງຈັນ ທັງເປັນປະທານຄະນະ ກໍາມະການ ປກຊ-ປກສ ແຂວງວຽງຈັນ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ເຖິງທຸກພາກ ສ່ວນພາຍໃນແຂວງວຽງຈັນ ໃຫ້ເພີ່ມທະວີໃນການຮັກສາຄວາມເປັນລະບຽບຮຽບຮ້ອຍໃນໄລຍະການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນທີ່ໄດ້ຈະໄຂຂຶ້ນໃນມໍ່ໆນີ້.
ແຈ້ງການໄດ້ລະບຸໄວ້ວ່າ: ໃຫ້ທຸກພາກສ່ວນຈັດຕັ້ງຄະນະຊີ້ນໍາ ແລະ ແຕ່ງຕັ້ງໜ່ວຍປ້ອງກັນ ເວນຍາມຕະຫຼອດ 24 ຊົ່ວໂມງ ຕາມສະຖານທີ່ຕ່າງໆເຊັ່ນ: ອົງການລັດ, ເອກະຊົນ, ໂຮງຈັກ-ໂຮງງານ, ໂຮງຮຽນ ແລະ ໂຮງໝໍ ແລະ ສະຖານທີ່ສາທາລະນະອື່ນໆ ເພື່ອຮັບປະກັນບໍ່ໃຫ້ມີການເກີດປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ວາງເພີງ, ວາງລະເບີດ, ຄາດຕະກໍາ, ປຸ້ນ-ຈີ້, ກຸ່ມເຄື່ອນໄຫວລັກຊັບ, ງັດແງະ, ຊິງຊັບ, ຄ້າຂາຍ-ມົ້ວສຸມຢາເສບຕິດ, ກຸ່ມແກ້ງຂັບລົດ ກວນເມືອງ, ອຸປະຕິເຫດຕາມທ້ອງຖະໜົນ, ການຄ້າມະນຸດ ແລະ ອື່ນໆ. ສະເພາະຮ້ານກິນດື່ມ, ຮ້ານຄາຣາໂອເກະ, ການບໍລິການບັນເທິງແມ່ນໃຫ້ປິດບໍລິການຊົ່ວຄາວນັບແຕ່ວັນທີ 8 ຫາ 13 ພະຈິກ 2020.
ຂ່າວ: ວຽງຈັນທາຍ

