ສູນຄົ້ນຄວ້າກະສິກຳທ່າຊະໂນ, ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ ໄດ້ຈັດພິທີຄັດເລືອກຂັ້ນສຸດທ້າຍຂອງສາຍພັນເຂົ້າໜຽວຫອມດີເດັ່ນໂດຍຊາວນາມີສ່ວນຮ່ວມ ທີ່ສວນສາທິດ ບ້ານທ່າຊະໂນ ເມື່ອບໍ່ດົນມານີ້ ເຊິ່ງມີຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ທ່ານ ພອນສະໄໝ ຈັນສີນາ, ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ທ່ານ ຄຳແສງ ສໍພາບມີໄຊ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດກຸ່ມຊາວນາ, ອຳນາດການປົກຄອງບ້ານໃກ້ຄຽງ ແລະ ນັກວິຊາການເຂົ້າຮ່ວມ.
ທ່ານ ນິຄົມ ຈັນພາວະ ຫົວໜ້າສູນຄົ້ນຄວ້າກະສິກຳທ່າຊະໂນ ໄດ້ກ່າວໃຫ້ຮູ້ວ່າ: ເຖິງວ່າປະເທດເຮົາ ມີແນວພັນເຂົ້າປັບປຸງຫຼາຍກວ່າ 30 ແນວພັນ ແຕ່ກໍມີຫຼາຍແນວພັນ ທີ່ບໍ່ສາມາດປັບຕົວຕໍ່ການປ່ຽນແປງຂອງສະພາບ ດິນຟ້າອາກາດເຊັ່ນ: ໄພນ້ຳຖ້ວມ, ໄພແຫ້ງແລ້ງ, ການລະບາດຂອງພະຍາດ ແລະ ແມງໄມ້ ເຊິ່ງເປັນສາເຫດເຮັດໃຫ້ຊາວນາປະລະແນວພັນປັບປຸງຈຳນວນຫຼວງຫຼາຍ. ດັ່ງນັ້ນ, ວຽກງານປັບປຸງແນວພັນເຂົ້າ ແມ່ນມີຄວາມຈຳເປັນ ແລະມີຄວາມສຳຄັນຫຼາຍໃນການຄົ້ນຄວ້າ ແລະ ພັດທະນາແນວພັນໃໝ່ທີ່ມີລັກສະນະພິເສດເຊັ່ນ: ໃຫ້ຜົນຜະລິດສູງ, ຄຸນນະພາບການກິນດີ, ມີຄວາມຫອມ, ທົນຕໍ່ຄວາມແຫ້ງແລ້ງ, ທົນຕໍ່ສະພາບນ້ຳຂັງ, ທົນຕໍ່ພະຍາດ ແລະ ແມງໄມ້ທຳລາຍ ເພື່ອມາທົດແທນແນວພັນເກົ່າທີ່ ຊາວນາບໍ່ນິຍົມນຳໃຊ້.
ສູນຄົ້ນຄວ້າກະສິກຳທ່າຊະໂນ ແມ່ນສູນໜຶ່ງທີ່ມີບົດບາດໃນວຽກງານຄົ້ນຄວ້າ ແລະ ພັດທະນາແນວພັນໃໝ່ອອກສູ່ສັງຄົມ ເລື້ອຍມາ. ຕົກມາໃນປີ 2019 ໄດ້ນຳເອົາສາຍພັນເຂົ້າໜຽວຫອມຈຳນວນ 42 ສາຍພັນ ທີ່ເອົາມາຈາກສູນຄົ້ນຄວ້າເຂົ້ານາພອກ ເພື່ອມາຄັດເລືອກໃນສະພາບແວດລ້ອມຂອງແຂວງສະຫວັນນະເຂດ ແລະ ຕົກມາໃນປີ 2020 ສາມາດຄັດເລືອກໄດ້ 8 ສາຍພັນ ທີ່ສາມາດປັບຕົວໄດ້ດີ, ໃຫ້ຜົນຜະລິດສູງ ແລະ ມີຄວາມຫອມ ຊຶ່ງໃນຈຳນວນ 8 ສາຍພັນເຂົ້າໜຽວຫອມ ທີ່ຄັດເລືອກໄດ້ ແມ່ນເປັນໂຄງການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສູນໄບໂອເຕັກ ທີ່ຂຶ້ນກັບມະຫາວິທະຍາໄລກະເສດສາດກຳແພງແສນ ປະເທດໄທ, ໂດຍໄດ້ນຳໃຊ້ແນວພັນທ່າດອກຄຳ 8 ເປັນແນວພັນນິຍົມໃນລາວເຮົາ ປະສົມພັນກັບສາຍພັນເຂົ້າໜຽວຫອມຂອງໄທ ເຊິ່ງມີຈຸດ ປະສົງຖ່າຍທອດຍີນຄວາມຫອມ ເຮັດໃຫ້ແນວພັນທ່າດອກຄຳ 8 ມີຄວາມຫອມ ໂດຍໄດ້ເລີ່ມປະຕິບັດມາແຕ່ປີ 2014 ເປັນຕົ້ນມາ ເຊິ່ງຈະກະກຽມອອກເປັນແນວພັນໃໝ່ ໃຫ້ຊາວນາໄດ້ນຳໃຊ້ໃນຊຸມປີຕໍ່ໜ້ານີ້.
ບັນດາທ່ານທີ່ເຂົ້າຮ່ວມໃນພິທີຄັ້ງນີ້ ຍັງໄດ້ພ້ອມກັນໃຫ້ຄະແນນເຂົ້າໜຽວຫອມໃນ 8 ສາຍພັນໃໝ່ ຕາມແບບຟອມທີ່ແຈກຢາຍ ທີ່ໄດ້ກຳນົດມາດຖານເງື່ອນໄຂຕ່າງໆ ໃນການໃຫ້ຄະແນນເຂົ້າແຕ່ລະສາຍພັນ ໃນນີ້ ບັນດາທ່ານຄະນະກຳມະການ ຈະໄດ້ລົງເບິ່ງພື້ນທີ່ປູກເຂົ້າຕົວຈິງ ເພື່ອໃຫ້ຄະແນນກັບທີ່ ແລະ ກັບເຂົ້າມາເບິ່ງເມັດເຂົ້າສານ ຕະຫຼອດເຖິງເຂົ້າສຸກຂອງເຂົ້າສາຍພັນໃໝ່ທັງ 8 ສາຍພັນ ທີ່ສູນຄົ້ນຄວ້າກະສິກຳທ່າຊະໂນ ເພື່ອຄວາມຊັດເຈນໃນການໃຫ້ຄະແນນຕື່ມອີກ ເຊິ່ງພາຍຫຼັງຄັດເລືອກແລ້ວ ກໍ່ຈະໄດ້ມີການຕັ້ງຊື່ເຂົ້າໜຽວຫອມສາຍພັນໃໝ່ນີ້ນຳອີກ.
ຂ່າວ-ພາບ: ປຊຊ

