ພະນັກງານນໍາທ່ຽວແຂວງໄຊສົມບູນ ພ້ວມດ້ວຍ ນ້ອງນັກສຶກສາຈາກຄະນະວິທະຍາສາດສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຂຶ້ນເກັບກໍາຂໍ້ມູນສໍາຄັນຕ່າງໆ ຂອງພູເບ້ຍ ເພື່ອສຶກສາຂໍ້ມູນທາງທໍາມະຊາດທີ່ກໍານົດເປັນສະຖານທີ່ທ່ອງທ່ຽວ ເຊັ່ນ: ຈຸດຊົມວິວ ເໜືອເມກປ້ອມປ່າກ້ວຍ, ຈຸດຊົມວິວ ພູ 5 ຊັ້ນນໍ້າທອງ, ຈຸດສີລາໜໍ່ແຮດ ແລະ ຄວາມມະຫັດສະຈັນຂອງພູເບ້ຍ ທີ່ເຕັມໄປດ້ວຍຕົ້ນໄມ້ນາໆຊະນິດ ທີ່ມີລັກສະນະເປັນເອກະລັກເພາະ ຄວາມອາລັງການຂອງປ່າຂົນ ທີ່ຕົ້ນໄມ້ຊະນິດຕ່າງໆຖຶກຫຸ້ມຫໍ່ດ້ວຍໄຄ ແລະ ອື່ນໆ.
ການຂຶ້ນໄປສຶກສາຂໍ້ມູນສໍາຄັນຕ່າງໆຄັ້ງນີ້ ແນໃສ່ໃຫ້ພະນັກງານນໍາທ່ຽວ ໄດ້ເຂົ້າໃຈ ແລະ ກໍາໄດ້ຂໍ້ມູນທີ່ກ່ຽວຂ້ອງ ຂອງພູເບ້ຍຢ່າງລະອຽດ ແລະ ເອກະພາບກັນ, ເພື່ອ ແນໃສ່ຮັບໃຊ້ຂະບວນຄາລາວານພິຊິດຈອມພູເບ້ຍ ຂອງການນໍາແຂວງ ແລະ ການນໍາຂັ້ນສຸງ ໃນອີກບໍ່ດົນນີ້, ຊຶ່ງຈອມພູເບ້ຍ ຢູ່ຫ່າງຈາກເທດສະບານແຂວງຂຶ້ນໄປປະມານ 40 ກວ່າກີໂລແມັດ ແລະ ໃຊ້ເວລາ ປະມານ 2 ຊົ່ວໂມງກວ່າ, ເປັນພູສູງທີ່ສຸດໃນ ສປປ ລາວ ດ້ວຍຄວາມສູງ 2.820 ແມັດ.
ການຂຶ້ນເກັບກໍາຂໍ້ມູນດັ່ງກ່າວ ນໍາໂດຍ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ, ຜູ້ຊີ້ນໍາວຽກງານທ່ອງທ່ຽວ, ທ່ານ ທົງສະຫວັນ ໂພສະລາດ, ມີຮອງຄະນະບໍດີ, ຄະນະວິທະຍາສາດສັງຄົມມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ ສະເຫຼີມສັກ ພະບຸດດີ ແລະ ມີຊ່ຽວຊານຊີວະນາໆພັນ ຈາກມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ ປອ. ວິຈິດ ລໍາໄຊ. ການຂຶ້ນໄປເກັບກຳຂໍ້ມູນດັ່ງກ່າວໄດ້ຈັັດຂຶ້ນຫວ່າງບໍ່ດົນມານີິ້.
ຂ່າວ: ຈນທ

