ເຂດພູຈວມ ແລະ ນໍ້າຕົກຕາດໄຟໄໝ້ຢູ່ເມືອງທ່າແຕງ ແຂວງເຊກອງ ກໍາລັງຈະໄດ້ຮັບການພັດທະນາເປັນແຫຼ່ງທ່ອງທ່ຽວດ້ານທໍາມະຊາດ, ກະສິກໍາປະສົມ, ປະຫວັດສາດ ແລະ ສຶກສາວິຖີຊີວິດຂອງຊົນເຜົ່າກ່ຽວກັບຮິດຄອງປະເພນີອັນດີງາມທີ່ສືບທອດກັນມາແຕ່ສະໄໝບູຮານ ພາຍຫຼັງທີ່ບໍລິສັດເທບວົງສາ ພາວເວີຈໍາກັດມີຄວາມສົນໃຈໃນການລົງທຶນພັດທະນາ ເຂດພູຈວມ ແລະ ຕາດໄຟໄໝ້ ໂດຍໄດ້ຮັບອະນຸຍາດສຶກສາຄວາມເປັນໄປໄດ້ຈາກອໍານາດການປົກຄອງແຂວງເຊກອງເປັນທີ່ຮຽບຮ້ອຍແລ້ວເມື່ອບໍ່ດົນມານີ້.
ປັດຈຸບັນນີ້, ບໍລິສັດດັ່ງກ່າວກໍາລັງສຶກສາສໍາຫຼວດ, ສ້າງບົດວິພາກເສດຖະກິດ-ເຕັກນິກ, ການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ, ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ແລະ ສັງຄົມເປັນເວລາ 12 ເດືອນ ເພື່ອນຳໄປສູ່ການພັດທະນາຕົວຈິງຕາມເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການທ່ອງທ່ຽວແຂວງໃຫ້ກາຍເປັນຈຸດໃຈກາງດ້ານການທ່ອງທ່ຽວຢູ່ 4 ແຂວງພາກໃຕ້ ແລະ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງເຊກອງ.
ຂໍ້ມູນ: ແຫຼ່ງຂ່າວຈາກແຂວງເຊກອງ

