ອີງຕາມລາຍງານຂອງອົງການແມັກ ໃຫ້ຮູ່ວ່າ: ທີມງານເກັບກູ້ລະເບີດຂອງອົງການແມັກ (MAG) ປະຈໍາລາວ ໄດ້ກວດພົບລູກລະເບີດໃຫ່ຍທີ່ມີນໍ້າໜັກ 500 ປອນ ຫຼື 227 ກິໂລ ຢູ່ເຂດເນື້ອທີ່ກະສິກໍາ ທີ່ບ້ານຊຽງດີ ເມືອງຜາໄຊ ແຂວງຊຽງຂວາງ ໃນອາທິດທີ່ຜ່ານມາ ໃນເວລາທີ່ປະຕິບັດໜ້າທີ່ລົງກວດກາລູກລະເບີດບໍ່ທັນແຕກທີ່ຕົກຄ້າງໃນສະໄໝສົງຄາມ.
ອົງການແມັກໃຫ້ຮູ້ຕື່ມອີກວ່າ: ເປັນເວລາຫຼາຍກວ່າ 25 ປີ ທີ່ທີມງານອົງການແມັກໄດ້ມາຊ່ວຍເກັບກູ້ລະເບີດຢູ່ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານສະຫະລັດອາເມລິກາ ໄດ້ທໍາລາຍລູກລະເບີດບໍ່ທັນແຕກແລ້ວຫຼາຍກວ່າ 257.000 ໜ່ວຍ ແລະ ສາມາດສໍາຫຼວດ ແລະ ເກັບກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ຫຼາຍກວ່າ 73 ກິໂລຕາແມັດ.
ອີງຕາມກະຊວງແຮງງານ ແລະ ສະຫວັດດີການສັງຄົມແຈ້ງໃຫ້ຮູ້ວ່າ: ຢູ່ ສປປ ລາວມີເນື້ອທີ່ປະມານ 87.700 ກິໂລຕາແມັດ ຫຼື ຫຼາຍກວ່າ 8 ລ້ານເຮັກຕາ ທີ່ຍັງມີລະເບີດບໍ່ທັນແຕກໃນສະໄໝສົງຄາມ. 24 ປີຜ່ານມາທີ່ມີການຂຸດຄົ້ນລະເບີດບໍ່ທັນແຕກ ນັບແຕ່ປີ 1996, ສາມາດເກັບກູ້ໄດ້ພຽງ 60.000 ກວ່າ ເຮັກຕາເທົ່ານັ້ນ.
ຂ່າວ: ວຽງຈັນທາຍ
ພາບ: ອົງການແມັກ

