ສໍາເລັດອີກບາດກ້າວໜຶ່ງສໍາລັບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພາຍຫຼັງການ ກໍ່ສ້າງລະບົບສາຍໄຟຟ້າຊັກນໍາດ້ານເທິງສາຍທໍາອິດຂອງ ໂຄງການໃນໄລຍະລະຫວ່າງ ເຂດວຽງຈັນເໜືອ ຫາ ເຂດວຽງຈັນ ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຮັບຜິດຊອບການກໍ່ສ້າງໂດຍ ກົມໄຟຟ້າເສັ້ນທາງລົດໄຟຈີນວູຫັ້ນ ໄດ້ສ້າງສໍາເລັດເມື່ອບໍ່ດົນມານີ້.
ສາຍຊັກນໍາດັ່ງກ່າວຂອງເສັ້ນທາງລົດໄຟ ມີຄວາມຍາວທັງໝົດ 576,079 ກິໂລແມັດ, ສາຍວົງຈອນຈ່່າຍໄຟຟ້າແມ່ນ 92 ກິໂລແມັດຕໍ່ເສັ້ນ, ສາຍຊັກນໍາເສີມແມ່ນ 615 ກິໂລແມັດຕໍ່ເສັ້ນ.
ເສັ້ນທາງລົດໄຟລາວ-ຈີນ ແມ່ນ ໂຄງການເຊື່ອມຕໍ່ ລະຫວ່່າງ ຍຸດທະສາດ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດ “ການປ່ຽນແປງຈາກປະເທດທີ່ບໍ່ມີທາງອອກສູ່ທະເທ ມາເປັນປະເທດເຊື່ອມຕໍ່ ຂອງລາວ, ມີຄວາມຍາວທັງໝົດ 422,4 ກິໂລແມັດ ຈາກຈຸດຊາຍແດນລາວ-ຈີນ ບໍ່ເຕັນ ແຂວງຫຼວງນໍ້າທາ ຫາ ນະຄອນຫຼວງວຽງຈັນ, ເສັ້ນທາງລົດໄຟນີ້ ແມ່ນກໍ່ສ້າງຕາມມາດຕະຖານ ແລະ ເຕັກນິກ ຂອງ ສປ ຈີນ, ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນເສັ້ນທາງລົດໄຟຂັບເຄື່ອນໂດຍໄຟຟ້າທີ່ໃຊ້ສໍາລັບການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ, ຕາມແຜນການແມ່ນຈະສໍາເລັດການກໍ່ສ້າງ ແລະ ເປີດນໍາໃຊ້ຢ່າງເປັນທາງການ ໃນເດືອນ ທັນວາ 2021.
ແຫຼ່ງຂໍ້ມູນ-ພາບ: ກົມໄຟຟ້າເສັ້ນທາງລົດໄຟຈີນວູຫັ້ນ

