ເດືອນທັນວານີ້ລັດຖະບານຈະສຸມໃສ່ຫຼາຍວຽກງານທີ່ສໍາຄັນ

ເດືອນທັນວານີ້ລັດຖະບານຈະສຸມໃສ່ຫຼາຍວຽກງານທີ່ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນເມື່ອວັນທີ 24 ພະຈິກ 2020 ທີ່ຜ່ານມາ ຢູ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ  ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ, ທີ່ກອງປະຊຸມໄດ້ມີການປຶກສາຫາລືກັນກ່ຽວກັບວຽກງານຈຸດສຸມທີ່ຈະປະຕິບັດປະຈໍາເດືອນທັນວາ ຊຶ່ງເປັນເດືອນສຸດທ້າຍຂອງປີ 2020, ຄະນະລັດຖະບານໄດ້ມີການຊີ້ນຳໃຫ້ບັນດາຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງປະຕິບັດຫຼາຍວຽກງານທີ່ສໍາຄັນທີ່ໄດ້ມອບໜາຍໃຫ້ປະຕິບັດ ຊຶ່ງມອບໃຫ້ກະຊວງການຕ່າງປະເທດ ສືບຕໍ່ກະກຽມແຜນການເຄື່ອນໄຫວໃຫ້ແກ່ການນໍາ ພັກ-ລັດ ໃນການເຂົ້າຮ່ວມກອງປະຊຸມສາກົນ ທີ່ຈະຈັດຂຶ້ນໃນທ້າຍປີ 2020 ໃຫ້ມີເນື້ອໃນລະອຽດຮັດກຸມ, ໃຫ້ກະຊວງການເງິນ ສືບຕໍ່ຕິດຕາມການຈັດເກັບລາຍຮັບງົບປະມານ ໃຫ້ໄດ້ຕາມ ແຜນການທີ່ກໍານົດ ເປັນຕົ້ນການເຊົ່າສໍາປະທານ, ພັນທະຕາມກົດໝາຍ ຂອງບັນດາຫົວໜ່ວຍທຸລະກິດ, ຮີບຮ້ອນເລັ່ງທວງໜີ້ຄ້າງມອບຄ່າສໍາປະທານ ການຊອກຄົ້ນ, ສໍາຫຼວດ ຫຼື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫຼວງໄຟຟ້າ, ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ມີຄວາມຄືບໜ້າ ແລະ ການຫັນບັນດາຫົວໜ່ວຍວິຊາການ ຈໍານວນໜຶ່ງ ທີ່ມີລາຍຮັບໃຫ້ກຸ້ມຕົນເອງດ້ານງົບປະມານ, ໃຫ້ຄະນະຮັບຜິດຊອບ ຕາມຂໍ້ຕົກລົງ ເລກທີ 98/ນຍ, ລົງວັນທີ 20 ຕຸລາ 2020 ວ່າດ້ວຍການຫັນຊັບສິນຂອງລັດເປັນທຶນ ຮີບຮ້ອນເລັ່ງລັດການຂຶ້ນບັນຊີ ບັນດາລັດວິສາຫະກິດ, ໂຄງການໄຟ ຟ້າ, ໂຄງການບໍ່ແຮ່, ທີ່ດິນ ແລະ ຊັບສິນອື່ນໆຂອງລັດ ເພື່ອຄົ້ນຄວ້າການຫັນເປັນທຶນ, ແກ້ໄຂສະພາບຄ່ອງຂອງການດໍາເນີນທຸລະກິດ ໃຫ້ມີປະສິດທິຜົນ ແລະ ສ້າງລາຍຮັບໃຫ້ແກ່ລັດ, ໃຫ້ຄະນະສະເພາະກິດສົ່ງເສີມການລົງທຶນ ແລະ ການຜະລິດສິນຄ້າ ສືບຕໍ່ປັບປຸງສະພາບແວດລ້ອມໃນການລົງທຶນໃຫ້ດີຂຶ້ນ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນ ໄປຄຽງຄູ່ກັບການສົ່ງເສີມການປູກ, ການລ້ຽງໃຫ້ມີລັກສະນະຕັ້ງໜ້າດີຂຶ້ນ ເພື່ອຮອງຮັບໃຫ້ແກ່ໂຄງການເສດຖະກິດຕາມແລວທາງລົດໄຟ ລາວ-ຈີນ, ໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກ ສ່ວນກ່ຽວຂ້ອງ ສືບຕໍ່ຊຸກຍູ້ໂຄງການລົງທຶນຂະໜາດໃຫຍ່ ເປັນຕົ້ນ ໂຄງການສາຍສົ່ງ, ໂຄງການລົງທຶນບໍ່ແຮ່, ໂຄງການທາງລົດໄຟ ແລະ ໂຄງການທາງດ່ວນ ໃຫ້ດໍາເນີນໄປຕາມແຜນການ ພ້ອມທັງຊຸກຍູ້ບັນດາໂຄງການເຂື່ອນໄຟຟ້າ ແລະ ໄຟຟ້າກ່ຽວພັນ ທີ່ໄດ້ມີການເຊັນສັນຍາແລ້ວ ໃຫ້ສໍາເລັດ ແລະ ສາມາດສົ່ງກະແສໄຟຟ້າໃຫ້ຄູ່ສັນຍາ ໄດ້ຕາມກໍານົດເວລາ, ໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້, ຄຸ້ມຄອງການເຄື່ອນ ໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດກາສິນເຊື່ອຂອງບັນດາສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ, ໃຫ້ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລະ ກະ​ຊວງ​ການ​ເງິນ ​ຈັດ​ສັນ​ງົບ​ປະ​ມານ​ການ​ລົງ​ທືນ​ຂອງ​ລັດ ໂດຍ​ການຈັດ​ລຽງ​ບູ​ລິ​ມະ​ສິດ​ ຕາມ​ຄວາມ​ຈຳ​ເປັນ ແລະ ​ຮີບ​ດ່ວນ ເຊັ່ນ: ການ​ຊຳ​ລະ​ໜີ້​ຕ່າງ​ປະ​ເທດ ຕາມ​ພັນ​ທະ ແລະ ກຳ​ນົດ​ເວ​ລາ, ການ​ຊຳ​ລະ​ໜີ້​ສິນ​ພາຍ​ໃນ​ທີ່​ຍັງ​ຄຸມ​ເຄືອ ແລະ ແກ່​ຍາວ ພ້ອມ​ກັນ​ນັ້ນ ​ກໍ່​ຄົ້ນ​ຄວ້າ​ຕັດ ຫຼື ໂຈະໂຄງ​ການ​ລົງ​ທຶນ ທີ່​ບໍ່​ທັນ​ຈຳ​ເປັນ ແລະ ບໍ່​ຮີບ​ດ່ວນ, ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ຊຸກຍູ້ສົ່ງເສີມການກຽມແນວພັນພືດ ແລະ ສັດ ເຂົ້າໃສ່ການຜະລິດໃນລະດູແລ້ງນີ້ ພ້ອມທັງ ກະກຽມສະໜອງແຫຼ່ງນໍ້າເພື່ອການຜະລິດ ໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງພື້ນທີ່ການຜະລິດ.
ນອກນັ້ນຍັງມອບໝາຍໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວ ຂ້ອງສືບຕໍ່ສຸມໃສ່ການສົ່ງແຮງງານໄປຝຶກອົບຮົມ ເພື່ອປະກອບເຂົ້າໃນການບໍລິການຕາມເສັ້ນທາງລົດໄຟ ທີ່ຈະເປີດ ນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2021 ນີ້ ໃຫ້ທັນຕາມກຳ ນົດເວລາ, ໃຫ້ກະຊວງສາທາລະນະສຸກ (ຄະນະສະເພາະກິດເພື່ອສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ-19) ສືບຕໍ່ຈັດຕັ້ງປະຕິບັດ ບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດ ໂຄວິດ-19 ໃນໄລຍະວັນທີ 01-30 ພະ ຈິກ, ເດືອນທັນວາ ປີ 2020 ພ້ອມທັງ ຕິດຕາມເຝົ້າລະວັງການລະບາດຂອງພະຍາດຕາມລະດູການ, ໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການສົມທົບກັບກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ການຮຽນ, ການສອນ ແລະ ການຝຶກອົບຮົມມີຄຸນນະພາບ ໂດຍສະເພາະ ແມ່ນຊາວໜຸ່ມທີ່ຈະເປັນຜູ້ສືບທອດພາລະກິດຂອງຊາດ ແລະ ແຮງງານທີ່ກັບມາຈາກຕ່າງປະເທດ ໃຫ້ມີຄວາມຮູ້ຄວາມສາມາດ, ທັກສະ ແລະ ມີສຸຂະພາບແຂງແຮງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໄລຍະໃໝ່ ໂດຍຖອດຖອນບົດຮຽນຈາກສະພາບການ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ເຮັດໃຫ້ການຮຽນ, ການສອນ ມີຄວາມຫຼາກຫຼາຍ ແລະ ມີປະສິດທິພາບ ແລະ ອື່ນໆ.

ຂໍ້ມູນ-ພາບ: ສນຍ

Related Articles

Leave a Reply