ລັດຖະບານເນັ້ນໃຫ້ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ສືບຕໍ່ຊ່ວຍເຫຼືອຜູ້ປະສົບໄພທໍາມະຊາດ ແລະ ອັກຄີໄພ

ລັດຖະບານເນັ້ນໃຫ້ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ສືບຕໍ່ຊ່ວຍເຫຼືອຜູ້ປະສົບໄພທໍາມະຊາດ ແລະ ອັກຄີໄພ

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນເມື່ອວັນທີ 24 ພະຈິກ 2020 ທີ່ຜ່ານມາ ຢູ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ  ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໃນເດືອນທັນວາ 2020 ນີ້, ຄະນະລັດຖະບານໄດ້ຊີ້ນໍາໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນເຈົ້າການສົມທົບກັບ ທ້ອງຖິ່ນ ສືບຕໍ່ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ອັກ​ຄີ​ໄພ ໂດຍສະເພາະຢູ່ 8 ເມືອງຂອງແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ ໃນລະຫວ່າງເດືອນກັນຍາ ທິ່ຜ່ານມາ.
 ນອກນັ້ນຄະນະລັດຖະບານຍັງຊີ້ນໍາໃຫ້ທຸກໆກະຊວງ-ອົງການ ແລະ ທ້ອງຖິ່ນ ຈົ່ງຍົກສູງສະຕິຄວາມເປັນເຈົ້າ  ແລະ ເຮັດວຽກງານແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ທີ່ຢູ່ພາຍໃຕ້ຄວາມຮັບຜິດ ຊອບຂອງຕົນ ໃຫ້ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນ, ຕັ້ງໜ້າສູ້ຊົນປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງ ການຕົນ ລວມທັງການສືບຕໍ່ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສະຖາປນາ ສປປ ລາວ ຄົບຮອບ 45 ປີ ໃນເດືອນທັນວາ ທີ່ຈະມາເຖິງນີ້  ບົນພື້ນຖານປະຢັດມັດທະຍັດ ແຕ່ມີເນື້ອໃນ, ມີບັນຍາກາດ ແລະ ຮັບປະກັນໄດ້ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ຮັບປະກັນບໍ່ໃຫ້ມີສິ່ງທີ່ບໍ່ເພີ່ງປາຖະໜາໃດໆເກີດຂຶ້ນຢ່າງເດັດຂາດ. 

ຂໍ້ມູນ: ສນຍ

Related Articles

Leave a Reply