ກອງປະຊຸມໃຫຍ່ອົງຄະນະພັກ ແຂວງ ສາລະວັນ ຄັດເລືອກເອົາສະຫາຍ ໂພໄຊ ໄຊຍະສອນ ເປັນເລຂາຄະນະພັກຊຸດໃໝ່

ກອງປະຊຸມໃຫຍ່ອົງຄະນະພັກ ແຂວງ ສາລະວັນ ຄັດເລືອກເອົາສະຫາຍ ໂພໄຊ ໄຊຍະສອນ ເປັນເລຂາຄະນະພັກຊຸດໃໝ່

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ IX ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 24 ພະຈິກ ຜ່ານມານີ້ ທີ່ສະໂມສອນແຂວງ ພາຍຫຼັງໄດ້ດຳເນີນມາປັນເວລາ 2 ວັນ, ຊຶ່ງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ຈໍານວນ 33 ສະຫາຍ ຈາກຜູ້ສະໝັກທັງໝົດ 38 ສະຫາຍ, ຜົນປະກົດວ່າ ສະຫາຍ ໂພໄຊ ໄຊຍະສອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ສີເຮັ່ງ ຫອມສົມບັດ ແລະ ສະຫາຍ ນາງ ບຸນທະວີ ດວງລາສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.
ພ້ອມກັນນັ້ນ, ເລືອກເອົາ ສະຫາຍ ວິຊຽນ ນະວິກຸນ ເປັນປະທານຄະນະກວດກາພັກແຂວງ,ສະຫາຍ ເລີດສະໝີ ຈັນສີຍະວົງ, ສະຫາຍ ແສງທອງ ສີອ່ອນສາ, ສະຫາຍ ນາງ ແສງອາລຸນ ຈັນທະລາດ ເປັນຮອງປະທານກວດກາພັກແຂວງ.
ໃນກອງປະຊຸມໃຫຍ່ຄັ້ງນີ້ ຍັງຄັດເລືອກເອົາຄະນະປະຈຳພັກແຂວງຈຳນວນ 11 ສະຫາຍ (ຍິງ 1ສະຫາຍ) ແລະ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຊິ່ງມີຜູ້ສະໝັກທັງໝົດ 31 ສະຫາຍ, ເລືອກໄດ້24 ສະຫາຍ, ຍິງ 2 ສະຫາຍ, ສໍາຮອງ 3 ສະຫາຍ.

ຂ່າວ: ຂ ສາລະວັນ

Related Articles

Leave a Reply