ງານຕະຫຼາດນັດແຮງງານ 2020 ຈະຈັດຂຶ້ນທ້າຍເດືອນນີ້

ງານຕະຫຼາດນັດແຮງງານ 2020 ຈະຈັດຂຶ້ນທ້າຍເດືອນນີ້

ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ (ຮສສ.ນວ) ຈະຈັດງານຕະຫຼາດນັັດແຮງງານຂຶ້ນ ໃນລະຫວ່າງວັນທີ 18-21 ທັນວາ 2020 ທີ່ພະແນກ ຮຮສ. ນວ ແລະ ຄາດວ່າ ຈະມີຜູ້ເຂົ້າຮ່ວມງານຈໍານວນ 5. 000 ຄົນ ຊຶ່ງຈະມີທັງຜູ້ມາທ່ຽວຊົມ ແລະ ຜູ້ມາລົງທະບຽນສະໝັກງານ.
ຫົວໜ້າ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ, ທ່ານ ນາງ ລໍາພອຍ ສີອັກຄະຈັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ຫວ່າງບໍ່ດົນມານີ້ວ່າ: ຈຸດປະສົງຂອງງານຄັ້ງນີ້ ແມ່ນກິດຈະກໍາໜຶ່ງຂອງການບໍລິການຈັດຫາງານ, ຊອກວຽກເຮັດງານທໍາ, ການຝຶກອົບຮົມວິຊາຊີບ, ການວາງສະແດງຮູບພາບການເຄື່ອນໄຫວຂອງວຽກງານພັດທະນາສີມືແຮງງານ, ການໂຄສະນາເຜີຍແຜ່ເວັບໄຊ, ການຊອກຫາວຽກເຮັດງານທໍາຜ່ານທາງລະບົບອິນເຕີເນັດ ແລະ ຍັງມີຫຼາຍກິດຈະກໍາອື່ນໆ ທີ່ໜ້າສົນໃຈພາຍໃນງານດັ່ງກ່າວ.
ສໍາລັບງານໃນປີນີ້ ມີຫົວໜ່ວຍແຮງງານເຂົ້າຮ່ວມຕັ້ງບູດຮັບສະໝັກງານຈໍານວນ 150 ຫົວໜ່ວຍ ແລະ ມີຕໍາແໜ່ງງານວ່າງຫຼາຍກວ່າ 6. 000 ຕຳແໜ່ງ, ຊຶ່ງຜູ້ຊອກວຽກເຮັດ ຈະໄດ້ຮັບຮູ້ຂໍ້ມູນຫຼາຍຂຶ້ນ, ໄດ້ສໍາຜັດ ແລະ ສົນທະນາກັບຫົວໜ່ວຍແຮງງານ ແລະ ມີໂອກາດເລືອກຫຼາຍປະເພດອາຊີບ ແລະ ມີໂອກາດສູງ ທີ່ຈະຖືກບັນຈຸເຂົ້າເຮັດວຽກໃນຕໍາແໜ່ງທີ່ເໝາະສົມ.

ຂ່າວ: ວຽງຈັນທາຍ

ຮູບ: ກປະກອບ

Related Articles

Leave a Reply