ເມືອງໂຂງ ແຂວງ ຈໍາປາສັກ ກຽມຈັດງານປະເພນີບຸນຊ່ວງເຮືອ ລະຫວ່າງວັນທີ 11-12 ທັນວາ 2020 ທີ່ຈະມາເຖິງນີ້, ແນໃສ່ອະນຸຮັກຮີດຄອງປະເພນີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ດໍາລົງຄົງຢູ່ນໍາຊາວລາວຕະຫຼອດໄປ, ພ້ອມກັນນັ້ນ ກໍເພື່ອໂຄສະນາການທ່ອງທ່ຽວພາຍໃນເມືອງໂຂງ ທີ່ມີແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ ຫຼາຍກວ່າ 30 ແຫ່ງ, ທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ຫຼື ລາວທ່ຽວລາວ.
ສໍາລັບກິດຈະກໍາພາຍໃນງານດັ່ງກ່າວ ຍັງຈະມີການວາງສະແດງຂາຍສິນຄ້າ ຊຶ່ງເປັນຜະລິດຕະພັນຈາກທ້ອງຖິ່ນເຊັ່ນ: ສົ້ມປາ, ປາແຫ້ງ, ປາກະເຕົາ, ນໍ້າຕານກ້ອນ ແລະ ເຄື່ອງຈັກສານອື່ນໆ. ນອກຈາກນີ້ ໃນເວລາກາງຄືີນ ຍັງມີການຄົບງັນຕາມປະເພນີ ເຊັ່ນ: ຊົມການສະແດງລໍາເລື່ອງ ແລະ ການສະແດງສິລະປະພື້ນເມືອງ ອື່ນໆ ອີກ ໃນບູນປະເພນີຊວ່ງເຮືອ ຄັ້ງນີ້.
ຂໍ້ມູນ: ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງໂຂງ
ຮູບ: ປະກອບ

