ໃນກໍລະນີທີ່ຊາຍຈີນ 2 ຄົນທີ່ຕິດພະຍາດໂຄວິດ-19 ໄດ້ລັກລອບເຂົ້າມາເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນວັນທີ 24 ພະຈິກ 2020 ທີ່ຜ່ານມາໂດຍໄດ້ພັກເຊົາຢູ່ເມືອງຕົ້ນເຜິ້ງເປັນເວລາ 4 ວັນນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວໄດ້ສັ່ງປິດການເຂົ້າ-ອອກ ເມືອງຕົ້ນເຜິ້ງເປັນເວລາ 14 ວັນນັບແຕ່ວັນທີ 5 ທັນວາ 2020 ທີ່ຜ່ານມາ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.
ຫຼ້າສຸດຫ້ອງວ່າການ ແຂວງບໍ່ແກ້ວໄດ້ອອກແຈ້ງການເພີ່ມເຕີມໃນວັນທີ 8 ທັນວາ 2020 ທີ່ຜ່ານມາເຖິງພະນັກງານ, ທະຫານຕໍາຫຼວດ ແລະ ປະຊາຊົນພາຍໃນເມືອງຕົ້ນເຜິ້ງໃຫ້ຮູ້ວ່າ: ຜູ້ທີ່ຈະໄປເຮັດວຽກຢູ່ແຂວງ, ພາກສ່ວນແຂວງຈະໄປເຮັດວຽກຢູ່ເມືອງແມ່ນບໍ່ອະນຸຍາດໃຫ້ເຂົ້າ-ອອກຢ່າງເດັດຂາດຈົນກວ່າຈະມີການແຈ້ງການໃຫ້ອະນຸຍາດເຂົ້າ-ອອກ, ສະເພາະວຽກງານກໍ່ໃຫ້ແກ້ໄຂໂດຍຜ່ານລະບົບສື່ສານ, ອອນລາຍໃນການປະສານກັບກົມກອງຂອງຕົນຢ່າງເປັນປົກກະຕິ, ໃນກໍລະນີເຈັບເປັນ ແລະ ພະນັກງານ, ທະຫານ, ຕໍາຫຼວດຫາກມີຄວາມຈໍາເປັນຂາດການບໍ່ໄດ້ຕ້ອງກະກຽມເອົາເຄື່ອງນຸ່ງຫົ່ມໄປນອນປະຈໍາການຈົນຄົບ 14 ວັນຄ່ອຍກັບຄືນ. ການຂົນສົ່ງສິນຄ້າເຂົ້າ-ອອກພາຍໃນເມືອງຕ້ອງຈົດລາຍຊື່ ແລະ ນາມສະກຸນຂອງຄົນຂັບລົດ ຫຼື ຜູ້ປ່ຽນ ແລະ ເລກປ້າຍລົດໃຫ້ຄະນະສະເພາະກິດເພື່ອຄົ້ນຄົ້ວາພິຈາລະນາ, ການກໍານົດຂົນສົ່ງສິນຄ້າເຂົ້າ-ອອກແມ່ນ 8ໂມງ ຫາ 18 ໂມງ00.
ສະເພາະການຂົນສົ່ງສິນຄ້າປະເພດພຶດກະສິກໍາ, ສິນຄ້າອຸປະໂພກ-ບໍລິໂພກ ທີ່ມີຄວາມຈໍາເປັນເຂົ້າ-ອອກເມືອງຕົ້ນເຜິ້ງຕ້ອງມີການຄ່ຽນຖ່າຍສິນຄ້າ, ສັບປ່ຽນພະນັກງານຂັບລົດຢູ່ຈຸດດ່ານນໍ້າເກິ່ງໂດຍມີການພົ່ນຢາ ແລະ ໃຫ້ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກ.
ສໍາລັບລົດຂົນສົ່ງສິນຄ້າທີ່ບໍ່ສາມາດປ່ຽນພະນັກງານຂັບລົດເຊັ່ນ: ປະເພດອາຍແກ໋ດ, ນໍ້າມັນເຊື້ອໄຟ ຕ້ອງມີເຈົ້າໜ້າທີ່ ແລະ ຄະນະສະເພາະກິດເປີດ-ປິດ ຢູ່ຈຸດດ່ານນໍ້າເກິ່ງໂດຍມີການພົ່ນຢາ ແລະ ໃຫ້ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກ.
ຂ່າວ: ວຽງຈັນທາຍ

