ການປະກວດ ຮູບເງົາເລຶ່ອງສັ້ນ, ຫົວໂຄສະນາ ແລະ ຮ້ອງເພງຈະປະກາດຜົນໃນທ້າຍເດືອນນີ້

ການປະກວດ ຮູບເງົາເລຶ່ອງສັ້ນ, ຫົວໂຄສະນາ ແລະ ຮ້ອງເພງຈະປະກາດຜົນໃນທ້າຍເດືອນນີ້

ການແຂ່ງຂັນປະກວດ ສ້າງສັນວີດີໂອ ຮູບເງົາເລຶ່ອງສັ້ນ, ຫົວໂຄສະນາ (ສະປອດ) ແລະ ຮ້ອງເພງ ທີ່ມີເນື້ອຫາການຄ້າມະນຸດ ຄາດວ່າ ຈະປະກາດຜົນ ໃນວັນທີ 31 ທັນວາ 2020 ເວລາ 18: 30 ທີ່ຫໍວັດທະນະທໍາແຫ່ງຊາດ, ຈັດໂດຍ ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ.

ຈຸປະສົງການຈັດງານແຂ່ງຂັນຄັ້ງນີ້ ເນັ້ນໃສ່ສ້າງສື່ໂຄສະນາ ປູກຈິດສໍານຶກທົ່ວສັງຄົມຮັບຮູ້, ເຂົ້າໃຈຕ້ານການຄ້າມະນຸດກ່ຽວກັບໄພອັນຕະລາຍຂອງການຄ້າມະນຸດ ເຂົ້າເຖິງກຸ່ມເປົ້າໝາຍຫຼາຍຂຶ້ນ ແລະ ເຮັດໃຫ້ໂຄສະນາມີຫຼາຍຮູບຫຼາຍສີ  ເປັນກະບອກສຽງອັນສໍາຄັນໃນວຽກງານໂຄສະນາ, ພ້ອມນັ້ນກໍຍັງແນໃສ່ປູກລະດົມມວນຊົນທົ່ວສັງຄົມປະກອບສ່ວນເຂົ້າໃນວຽກງານຕ້ານການຄ້າມະນຸດ ໂດຍສະເພາະ ແມ່ນການລະດົມທຶນເພື່ອສ້າງສູນພັກເຊົາຜູ້ຖຶກເຄາະຮ້າຍຈາກການຄ້າມະນຸດຢູ່ພາກເໜືອ.

ສໍາລັບລາງວັນການປະກວດ ຄັ້ງນີ້ມີ :  ລາງວັນຮູບເງົາເລຶ່ອງສັ້ນ ທີ1 ເງີນສົດ 9 ລ້ານກີບ ພ້ອມດ້ວຍໂລ້ 1ໜ່ວຍ, ທີ2 ເງີນສົດ 7 ລ້ານກີບ ພ້ອມດ້ວຍໂລ້ 1ໜ່ວຍ, ທີ3 ເງີນສົດ 5 ລ້ານກີບ ພ້ອມດ້ວຍໂລ້ 1ໜ່ວຍ ແລະ ລາງວັນຊົມເຊີຍ ອື່ນໆ ອີກ; ລາງວັນຫົວໂຄສະນາ ທີ1 ເງີນສົດ  7 ລ້ານກີບ ພ້ອມດ້ວຍໂລ້ 1ໜ່ວຍ, ທີ2 ເງີນສົດ 5 ລ້ານກີບ ພ້ອມດ້ວຍໂລ້ 1ໜ່ວຍ, ທີ3 ເງີນສົດ 3 ລ້ານກີບ ພ້ອມດ້ວຍໂລ້ 1ໜ່ວຍ ແລະ ລາງວັນຊົມເຊີຍ ອື່ນໆ ອີກ; ລາງວັນຮ້ອງເພງ(ລູກທົ່ງ ແລະ ສະຕິງ)  ທີ1 ເງີນສົດ 3 ລ້ານກີບ ພ້ອມດ້ວຍໂລ້ 1ໜ່ວຍ, ທີ2 ເງີນສົດ 2 ລ້ານກີບ ພ້ອມດ້ວຍໂລ້ 1ໜ່ວຍ, ທີ3 ເງີນສົດ 1 ລ້ານກີບ ພ້ອມດ້ວຍໂລ້ 1ໜ່ວຍ ແລະ ລາງວັນຊົມເຊີຍ ອື່ນໆ ອີກ.

ການຈັດງານປະກວດຄັ້ງນີ້ ແມ່ນໄດ້ເລີ່ມລົງທະບຽນສະໝັກ ແຕ່ວັນທີ 6 ພະຈິກ 2020 ແລະ ສົ່ງຜົນງານຮູບເງົາເລຶ່ອງສັ້ນ, ຫົວໂຄສະນາ (ສະປອດ) ແລະ ຮ້ອງເພງ ນັບແຕ່ມື້ເປີດລົງທະບຽນ ແລະ ບໍ່ໃຫ້ກາຍວັນທີ 20 ທັນວາ 2020, ຊື່ງມາຮອດປະຈຸບັນ, ມີຜູ້ສະໝັກເຂົ້າຮ່ວມງານແຂ່ງຂັນດັ່ງກ່າວ 20 ກວ່າຄົນແລ້ວ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply