ລາຄານໍ້າມັນເຊື້ອໄຟທຸກປະເພດຈະປັບຂຶ້ນ ເລີ່ມມື້ອື່ນ

ລາຄານໍ້າມັນເຊື້ອໄຟທຸກປະເພດຈະປັບຂຶ້ນ ເລີ່ມມື້ອື່ນ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການໃນຕອນເຊົ້າວັນທີ 9 ທັນວາ 2020 ນີ້ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ບັນດາປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດໃຫ້ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກປະເພດເລີ່ມມື້ອື່ນວັນທີ 10 ທັນວາ 2020 ນັບແຕ່ເວລາ 6 ໂມງ 00 ເປັນຕົ້ນໄປ.

ການແຈ້ງປັບຂຶ້ນລາຄາໃໝ່ໃນຄັ້ງນີ້, ນໍ້າມັນແອັດຊັງພິເສດ ຈະປັບຂຶ້ນ 280 ກີບ/ລິດ, ນໍ້າມັນແອັດຊັງທຳມະດາ ຈະປັບປັບຂຶ້ນ 270 ກີບ/ລິດ ແລະ ນ້ຳມັນກາຊວນ ປັບຂຶ້ນ 250 ກີບ/ລິດ.

ຂໍ້ມູນ: ກະຊວງອຸດສາຫະກໍາ ແລະ ການຄ້າ

Related Articles

Leave a Reply