ທໍລະຍົດຕໍ່ປະເທດຊາດຈະຖືກຕັດອິດສະລະພາບຕະຫຼອດຊີວິດ ຫຼື ຮ້າຍແຮງໄປກວ່ານັ້ນອາດຖືກປະຫານຊີວິດ

ທໍລະຍົດຕໍ່ປະເທດຊາດຈະຖືກຕັດອິດສະລະພາບຕະຫຼອດຊີວິດ ຫຼື ຮ້າຍແຮງໄປກວ່ານັ້ນອາດຖືກປະຫານຊີວິດ

ອີງຕາມປະມວນກົດໝາຍອາຍາກ່ຽວກັບການກະທໍາຜິດຕໍ່ຄວາມສະຫງົບຂອງຊາດ ມາດຕາ 10 ກ່ຽວກັບການທໍລະຍົດຕໍ່ຊາດໄດ້ລະບຸໄວ້ວ່າ: ພົນລະເມືອງລາວຜູ້ທີ່ເຄື່ອນໄຫວພົວພັນ ແລະ ຮ່ວມມືກັບຄົນຕ່າງປະເທດ ຫຼື ອົງການຈັດຕັ້ງຕ່າງປະເທດໂດຍມີເຈດຕະນາທໍາລາຍຄວາມເປັນເອະລາດ, ອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຜົນປະໂຫຍດອັນຍິ່ງໃຫ່ຍທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ ແລະ ສັງຄົມ ຂອງ ປະເທດລາວ ຫຼື ປະເທດຕົນເອງຈະຖືກລົງໂທດຕັດອິດສະລະພາບແຕ່ 10 ປີ ຫາ 20 ປີ ແລະ ຈະຖືກປັບໃໝເງິນແຕ່ 10 ລ້ານ ຫາ 500 ລ້າກີບ. ນອກນັ້ນອາດຈະຖືກຮິບຊັບ ແລະ ອາດຈະຖືກຈໍາກັດທີ່ຢູ່ ຫຼື ຕັດອິດສະລະພາບຕະຫຼອດຊີວິດ ແລະ ອາດຈະຖືກປັບໃໝແຕ່ 50 ລ້ານ ຫາ 700 ລ້ານກີບ ຫຼື ຖືກປະຫານຊີວິດ.
ແຕ່ກົງກັນຂ້າມຫາກພົນລະເມືອງລາວຜູ້ທີ່ຖືກຄົນຕ່າງປະເທດ ຫຼື ອົງການຈັດຕັ້ງຕ່າງປະເທດມອບໝາຍໃຫ້ກະທໍາຜິດ ແຕ່ໄດ້ສະໝັກໃຈລາຍງານເຫດການໃຫ້ເຈົ້າໜ້າທີ່ຮູ້ລ່ວງໜ້າ ແລະ ຍັງບໍ່ທັນໄດ້ລົງມືກະທໍາຜິດນັ້ນຈະບໍ່ຖືກລົງໂທດ.

ຂ່າວ: ວຽງຈັນທາຍ

ຂໍ້ມູນ: ປະມວນກົດໝາຍອາຍາ ແຫ່ງ ສປປ ລາວ

Related Articles

Leave a Reply