ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແຂວງສະຫວັນນະເຂດ ຊ່ວຍແນວພັນເຂົ້ານາແຊງ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແຂວງສະຫວັນນະເຂດ ຊ່ວຍແນວພັນເຂົ້ານາແຊງ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງ ກະສິກຳ ກະຊວງກະສິກຳ ແລະ ປ່າໄມ້ມອບແນວພັນເຂົ້າຮຸ່ນ 3 ຈໍານວນ 151 ໂຕນໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດເພື່ອໄປແຈກຢາຍໃຫ້ປະຊາຊົນຢູ່ 8 ເມືອງ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ.
ພິທີມອບ-ຮັບແນວພັນເຂົ້າຈໍານວນດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ທີ່ ພະແນກກະສິກໍາ ແລະ ປ່າໄມ້ ແຂວງສະຫວັນນະເຂດ ລະຫວ່າງ ຮອງຫົວໜ້າກົມ ສົ່ງເສີມເຕັກນິກ ແລະປຸງແຕ່ງ ກະສິກໍາ ທ່ານ ວົງສະໄຫວ ແສງສຸລິວົງ, ຮອງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ ທ່ານ ຄຳຈັນ ສີດາວົງ.
 ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບໜັກຈາກໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມໃນປີ 2020 ນີ້, ຕາມແຜນປີ 2020 ຈະປັກດໍາເຂົ້າໃຫ້ໄດ້ 212.000 ເຮັກຕາ ແຕ່ຖືກແຫ້ງແລ້ງໃນຕົ້ນລະດູຝົນ ຈຶ່ງຈັດຕັ້ງປະຕິບັດ ໄດ້ ພຽງແຕ່ 189.066 ເຮັກຕາ, ພໍມາຮອດໄລຍະຈະເກັບກ່ຽວຊ້ຳພັດຖືກນໍ້າຖ້ວມກວມຢູ່ 30 ພັນກວ່າເຮັກຕາ, ເສຍຫາຍ 27 ພັນເຮັກຕາ. ແນວພັນເຂົ້າທີ່ມອບນີ້ກໍ່ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ທັງເປັນການຊຸກຍູ້ການຜະລິດເຂົ້ານາແຊງເພື່ອທົດແທນຜົນເສຍຫາຍເຂົ້ານາປີທີ່ຖືກກະທົບຈາກໄພແຫ້ງແລ້ງ ແລະ ຖືກນໍ້າຖ້ວມ. 

ຂ່າວ-ພາບ: ສພຂ

Related Articles

Leave a Reply