ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ (ຖວທ), ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວໃນກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງທີ V ໄຂຂຶ້ນຕອນເຊົ້າຂອງວັນທີ 10 ທັນ ວາ 2020 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ການນໍາພາ ເຂັ້ມແຂງ, ການຄຸ້ມຄອງ ສັກສິດ, ຂ່າວສານ ທັນສະໄໝ, ວັດທະນະທໍາ ສີວິໄລ, ທ່ອງທ່ຽວຍືນຍົງ” ວ່າ: ໄລຍະ 5 ປີຜ່ານມາ, ຄະນະພັກກະຊວງ ຖວທ ໄດ້ສຸມທຸກຄວາມສາມາດນໍາພາ-ຊີ້ນໍາວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ດໍາເນີນໄປຕາມແຜນ ແລະ ພັດທະນາຢ່າງຕໍ່ເນື່ອງ, ຊຶ່ງຄະນະພັກໄດ້ຖືວຽກງານແນວຄິດເປັນບູລິມະສິດ ໂດຍເອົາວຽກງານດັ່ງກ່າວ ຕິດພັນ ແລະ ເຊື່ອມສານເຂົ້າກັບການເຄື່ອນໄຫວໃນທຸກຂົງເຂດວຽກງານທົ່ວຂະແໜງ ຖວທ, ສ້າງເປັນແຜນ ການການເຄື່ອນໄຫວຊີ້ນໍາໃຫ້ທຸກໜ່ວຍພັກ ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດ ຮັບປະກັນໃຫ້ສະມາຊິກພັກ-ພະນັກງານທົ່ວຄະນະພັກ ຮັກສາໄດ້ຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ການສຶກສາອົບຮົມການເມືອງ-ແນວຄິດໄດ້ຕິດພັນກັບການດໍາເນີນຊີວິດການເມືອງຂອງພັກຢ່າງເປັນປົກກະຕິຕໍ່ເນື່ອງ.
ທ່ານ ກິແກ້ວ ໄຂຄໍາພິທູນ ຍົກໃຫ້ເຫັນຕື່ມວ່າ: ຜ່ານການຊີ້ນຳນຳພາ ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຫັນວ່າມີຜົນສຳເລັດພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ວຽກງານຖະແຫຼງຂ່າວ-ສື່ມວນຊົນ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ນັບມື້ນັບມີຄຸນນະພາບສູງຂຶ້ນ, ສາມາດເຊື່ອມໂຍງພາກພື້ນ ແລະ ສາກົນນັບມື້ກວ້າງຂວາງ, ມີພື້ນຖານວັດຖຸເຕັກນິກທີ່ທັນສະໄໝ, ຂະຫຍາຍຕາໜ່າງຂ່າວສານກວມທົ່ວປະເທດຜ່ານລະບົບອິນເຕີເນັດ, ຫັນເປັນດີຈີຕອນ ແລະ ໄດ້ນໍາໃຊ້ດາວທຽມລາວ; ວຽກງານວັດທະນະທໍາ ໄດ້ສຸມໃສ່ການສ້າງຄອບຄົວ ແລະ ບ້ານວັດທະນະທໍາຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ, ມາຮອດປີ 2020 ສາມາດສ້າງຄອບຄົວວັດທະນະທໍາ ກວມເອົາ 77,1%, ສ້າງບ້ານວັດທະນະທໍາ ກວມເອົາ 77,5% ຂອງຈໍານວນຄອບຄົວ ແລະ ບ້ານທັງໝົດໃນທົ່ວປະເທດ; ສຳລັບວຽກງານທ່ອງທ່ຽວ ໄດ້ມີນັກທ່ອງທ່ຽວສາກົນເຂົ້າມາປະເທດເຮົາ ຈໍານວນ 21.769.811 ເທື່ອຄົນ, ໃນໄລຍະການແຜ່ລະບາດພະຍາດໂຄວິດ-19, ນັບແຕ່ເດືອນ 1-9 ປີ 2020 ໄດ້ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ທັງໝົດມີພຽງ 18% ຂອງຕົວເລກຄາດຄະເນໝົດປີ ແລະ ຄ່ອຍໆໜ້ອຍລົງ ໂດຍສະເລ່ຍຫຼຸດລົງ -15,61% ແລະ ທຽບໃສ່ກັບ 9 ເດືອນ ປີ 2019 ໄລຍະດຽວກັນ ມີອັດຕາຫຼຸດລົງ -74%.
ເພື່ອເຮັດໃຫ້ຂົງເຂດວຽກງານ ຖວທ ມີຄວາມເຂັ້ມແຂງ ແລະ ໄດ້ຮັບການພັດທະນາດ້ວຍຜົນສໍາເລັດ ໃນຊຸມປີຕໍ່ໜ້າ ຄະນະພັກກະຊວງ ຖວທ ໄດ້ວາງຄາດ ໝາຍສູ້ຊົນ ດ້ານຕ່າງໆ ດັ່ງນີ້: ວຽກງານພັກ-ພະນັກງານ: ການປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອນໍາພາ-ຊີ້ນໍາການພັດທະນາ ແລະ ຄຸ້ມຄອງວຽກງານ ຖວທ ໃຫ້ໄປຕາມທິດທາງລວມທີ່ກໍານົດໄວ້; ວຽກງານຖະ ແຫຼງຂ່າວ-ສື່ມວນຊົນ: ສ້າງລະບົບສື່ ທີ່ຢູ່ໃນການຄຸ້ມຄອງຂອງລັດໃຫ້ມີຄວາມເຂັ້ມແຂງ, ສາມາດປະຕິບັດບົດບາດນຳສະເໜີ ການຕົກລົງບັນຫາສຳຄັນຕ່າງໆຂອງລັດ ໄດ້ຮັບການສື່ສານຢ່າງເປັນລະບົບຕໍ່ເນື່ອງ, ວ່ອງໄວທັນການ, ຊັດເຈນ ໄປເຖິງທຸກເປົ້າໝາຍໃນສັງຄົມ; ວຽກງານວັດທະນະທໍາ: ຜັນຂະຫຍາຍຍຸດທະສາດການພັດທະ ນາ ວັດທະນະທຳ ຮອດປີ 2030 ໂດຍປະຕິບັດໃຫ້ໄດ້ການອະນຸລັກຮັກສາ ແລະ ຟື້ນຟູມໍລະດົກດ້ານວັດຖຸລວມ ພ້ອມທັງຮ່ອງຮອຍປະຫວັດສາດຂອງຊາດ ໂດຍຕິດພັນກັບການເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດ ແລະ ເຜົ່າ, ຕ້ານ ແລະ ແກ້ໄຂສິ່ງຫຍໍ້ທໍ້ຫຼ້າຫຼັງ.
ສຳລັບວຽກງານທ່ອງທ່ຽວ: ຫັນການທ່ອງທ່ຽວເປັນອຸດ ສາຫະກຳ ແລະ ເພີ່ມທະວີການຄຸ້ມຄອງທ່ອງທ່ຽວຕາມລະບຽບກົດໝາຍໃຫ້ເຂັ້ມງວດ, ສ້າງແຫຼ່ງທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວໃຫ້ມີຄຸນນະພາບ, ມີຄວາມຫຼາກຫຼາຍໄດ້ມາດຕະຖານ, ມີເອກະລັກ ແລະ ມີຈຸດສຸມ ຕາມທ່າແຮງເງື່ອນໄຂຕົວຈິງ ແລະ ຕາມທິດສີຂຽວຍືນຍົງ, ສົ່ງເສີມໃຫ້ຄົນລາວຫັນມາສູ່ “ລາວທ່ຽວລາວ”, ໃຊ້ຈ່າຍພາຍໃນລາວ, ກະຈາຍລາຍໄດ້ສູ່ທ້ອງຖິ່ນຫຼາຍຂຶ້ນໄປຄຽງຄູ່ກັບການໂຄສະນາລາວ ເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໃຫ້ຫຼາຍຂຶ້ນ, ຍົກລະດັບສີມື ແລະ ຄຸນນະພາບ ການບໍລິການດ້ານການທ່ອງທ່ຽວໃຫ້ສູງຂຶ້ນ.
ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຖວທ ຄັ້ງນີ້ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ພ້ອມດ້ວຍຮອງເລຂາ ແລະ ກໍາມະການໃນຄະນະພັກກະຊວງ ຖວທ, ພະນັກງານອາວຸໂສບຳນານ ແລະ ຜູ້ແທນສົມບູນ ຈຳນວນ 204 ສະຫາຍ, ຍິງ 63 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວກະຊວງ ຖວທ ຈຳນວນ 849 ສະຫາຍ, ຍິງ 307 ສະຫາຍ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຂໍ້ມູນ: Lao National Radio

