ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ອຸບັດເຫດເກີດຂຶ້ນຫຼາຍກ່ວາໝູ່ໃນຂອບເຂດທົ່ວປະເທດ ໃນເດືອນພະຈິກ 2020 ຜ່ານມາ ແມ່ນຢູ່ ນະຄອນຫຼວງວຽງຈັນ, ຊຶ່ງມີຈໍານວນຜູ້ເສຍຊີວິດເຖິງ 25 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 145 ກໍລະນີ, ຮອງລົງມາແມ່ນ ແຂວງ ສະຫວັນນະເຂດ ມີຜູ້ເສຍຊີວິດ 14 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 71 ກໍລະນີ, ແຂວງ ຫຼວງພະບາງ ມີຜູ້ເສຍຊີວິດ 09 ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 64 ກໍລະນີ, ແຂວງຈໍາປາສັກ ມີຜູ້ເສຍຊີວິດ 09ຄົນ ຈາກອຸບັດເຫດທີ່ເກີດຂຶ້ນ 67 ກໍລະນີ ແລະ ແຂວງ ອື່ນໆ, ສ່ວນແຂວງທີ່ບໍ່ມີຜູ້ເສຍຊີວິດຈາກອຸບັດເຫດມີສອງແຂວງ ຜົ້ງສາລີ ແລະ ສາລະວັນ.
ສໍາລັັບ ອຸບັດເຫດເກີດຂຶ້ນໃນທົ່ວປະເທດຂອງເດືອນພະຈິກ 2020 ຜ່ານມານີ້, ມີຜູ້ເສຍຊີວິດເຖິງ 97 ຈາກອຸບັດເຫດເກີດຂຶ້ນທັງໝົດ 666 ກໍລະນີ, ສ້າງຄວາມເສຍຫາຍ 11 ຕື້ກວ່າກີບ, ຊຶ່ງອຸບັດເຫດເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະ ຂັບຂີ່ໄວເກີນກຳນົດ ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ, ຮ້າຍແຮງກ່ວານັ້ນ ຜູ້ຂັບຂີ່ຍັງດື່ມສິ່ງມຶນເມົາ ເປັນສາເຫດຂອງການເກີດອຸບັດເຫດຕາມທ້ອງຖະໜົນ.
ຂໍ້ມູນ: ກົມຕຳຫຼວດຈະລາຈອນ
ຮູບ: ໜ່ວຍກູ້ໄພ

