ທະຫານແຂວງສະຫວັນນະເຂດກວດພົບຄັນຊາອັດແທ່ງໜັກເກືອບເຄິ່ງໂຕນ

ທະຫານແຂວງສະຫວັນນະເຂດກວດພົບຄັນຊາອັດແທ່ງໜັກເກືອບເຄິ່ງໂຕນ

ພະແນກທະຫານຊາຍແດນຮ່ວມກັບກອງຮ້ອຍທະຫານຊາຍແດນ 324 ແຂວງສະຫວັນນະເຂດ ແລະ ອຳນາດການປົກຄອງບ້ານຜັກຂະ ນະຄອນໄກສອນພົມວິຫານ ໄດ້ເຂົ້າກວດຄົ້ນເຮືອນເປົ້າຫມາຍຜູ້ຕ້ອງສົງໃສຄ້າ-ຂາຍຢາເສບຕິດ ເມື່ອບໍ່ດົນມານີ້ ຊຶ່ງເປັນເຮືອນນາງດອນ ພົບເຫັນສິ່ງທີ່ຜິດກົດໝາຍປະເພດຄັນຊາອັດແທ່ງ 11 ເປົາ ໜັກ 468 ກິໂລ, ສ່ວນເຈົ້າຂອງເຮືອນແມ່ນເອົາຕົວຫຼົບໜີ.
ປັດຈຸບັນນີ້, ເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມນາງດອນ ເພື່ອມາດໍາເນີນຄະດີ ແລະ ເພື່ອສືບສວນ-ສອບສວນ ຫາຜູ້ຮ່ວມຂະບວນການ ແລະ ທີ່ມາຂອງຄັນຊາແຫ້ງອັດແທ່ງດັ່ງກ່າວ.

ຂ່າວ-ພາບ: ທະຫານແຂວງສະຫວັນນະເຂດ

Related Articles

Leave a Reply