ງານມະໂຫລານສຽງແຄນເຊື້ອຊາດລາວ ຈະຈັດຂຶ້ນວັນສຸກນີ້

ງານມະໂຫລານສຽງແຄນເຊື້ອຊາດລາວ ຈະຈັດຂຶ້ນວັນສຸກນີ້

ງານມະໂຫລານສຽງແຄນເຊື້ອຊາດລາວມໍລະດົກໂລກ ຈະຈັດຂຶ້ນໃນວັນທີ 18 ທັນວາ 2020 ນີ້ ຢູ່ຫໍວັດທະນະທໍາແຫ່ງຊາດ, ຊຶ່ງພາຍໃນງານຈະມີຫຼາຍກິດຈະກໍາສໍາຄັນ ເຊັ່ນ: ການແຂ່ງຂັນສຽງແຄນເຊື້ອຊາດລາວ ມໍລະດົກໂລກ ກັບຮຸ້ນສືບທອດຍິງ-ຊາຍ ອາຍຸລະຫວ່າງ 7-14 ປີ, ແຂ່ງຂັນສີມືຊ່າງເຮັດແຄນດີເດັ່ນທົ່ວປະເທດ ປະຈໍາປີ 2020 ແລະ ກິດຈະກໍາອື່ນໆ ອີກ.

ປະທານສະມາຄົມສິລະປະແຄນລາວ, ທ່ານ ຄໍາພັນ ເໝືອນສິດທິດາ ໄດ້ຖະແຫຼງຂ່າວກ່ຽວກັບການຈັດກິດຈະກຳໃນງານຄັ້ງນີ້ ຫວ່າງບໍ່ດັນມານີ້ ວ່າ:  ກິດຈະກໍາດັ່ງກ່າວ ແມ່ນແນໃສ່ເສີມຂະຫຍາຍມູນເຊື້ອຂອງແຄນ ແລະ ສຽງແຄນເຊື້ອຊາດລາວ ມໍລະດົກໂລກ ທີ່ຕິດພັນກັບຊິວິດ ແລະ ວັດທະນະທໍາ ຍືນຍົງຄົງຢູ່ກັບຄົນລາວຊາດລາວ. ພ້ອມທັງ ສ້າງບັນຍາກາດຟົດຟື້ນສະເຫຼີມສະຫຼອງວັນຊາດຄົບຮອບ 45 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ລວມທັງສ້າງຂະບວນການ ເພື່ອຄຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກທີ່ຈະໄຂຂຶ້ນໃນຕົ້ນປີ 2021 ນີ້.

ແຄນ ແລະ ສຽງແຄນໄດ້ຕິດພັນກັບຂະບວນການປະຕິວັດຊາດ ປະຊາທິປະໄຕ ທີ່ຍືດເຍື້ອຍາວນານ ແລະ ສິ່ງທີ່ພາກພູມໃຈທີ່ສຸດແມ່ນສຽງແຄນເຊື້ອຊາດລາວ ໄດ້ຮັບການຈົດທະບຽນຈາກອົງ ການອຸຍແນສໂກ ເປັນມໍລະດົກວັດທະນະທໍານາມມະທໍາຂອງຄົນເຊື້ອຊາດລາວ ແລະ ເປັນມໍລະດົກວັດທະນະທໍານາມມະທໍາຂອງມວນມະນຸດໂລກ ໃນວັນທີ 7 ທັນວາ 2017 ຕາມການສະເໜີຂອງ ສປປ ລາວ, ອັນໄດ້ສ້າງກຽດຊື່ສຽງທີ່ໃຫຍ່ຫຼວງໃຫ້ແກ່ ສປປ ລາວເຮົາ ໃນພາກພື້ນ ແລະ ສາກົນນັບມື້ສູງເດັ່ນຂຶ້ນ.

ຂໍ້ມູນ: Pathedlao

ຮູບ: ປະກອບ 

Related Articles

Leave a Reply