ສາທາລະນະສຸກ ແຂວງຫຼວງນໍ້າທາ ຍັງເລັ່ງຕິດຕາມອີກ 3 ຄົນທີ່ຢູ່ໃກ້ຊິດກັບຊາຍຈີນ 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19

ສາທາລະນະສຸກ ແຂວງຫຼວງນໍ້າທາ ຍັງເລັ່ງຕິດຕາມອີກ 3 ຄົນທີ່ຢູ່ໃກ້ຊິດກັບຊາຍຈີນ 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19

ພະແນກສາທາລະນະສຸກແຂວງຫຼວງນໍ້າທາແຈ້ງໃຫ້ຮູ້ວ່າ: ຮອດປັດຈຸບັນຍັງບໍ່ສາມາດນໍາຕົວ ອີກ 3 ຄົນທີ່ຢູ່ໃກ້ຊິດກັບຊາຍຈີນ 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ເດີນທາງມາແຕ່ແຂວງບໍ່ແກ້ວ ແລະ ມາພັກເຊົາຢູ່ແຂວງຫຼວງນໍ້າທາໃນວັນທີ 27 ພະຈິກ ຫາ 2 ທັນວາ 2020 ກ່ອນທີ່ຈະລັກລອບເຂົ້າໄປ ສປ ຈີນ ແລະ ຖືກຈັບໂດຍເຈົ້າໜ້າທີ່ຝ່າຍຈີນ.
ທ່ານ ດຣ ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນໍ້າທາ ໄດ້ກ່າວທີ່ກອງປະຊຸມ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ແຂວງຫຼວງນໍ້າທາ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ກ່ຽວກັບຜົນການສອບສວນ ແລະ ຄົ້ນຫາບຸກຄົນໃກ້ຊິດກັບຄົນຈີນ 2 ຄົນ ທີ່ພົບເຊື້ອພະຍາດໂຄວິດ-19, ເຊິ່ງມີຈໍານວນ 7 ຄົນນັ້ນ (ຄົນຈີນ 2 ຄົນ, ຄົນລາວ 5 ຄົນ) ແລະ 15 ຄົນໃນຄອບຄົວຂອງຜູ້ທີ່ຊ່ວຍເຫຼືອຄົນຈີນ ລວມທັງໝົດ 22 ຄົນ, ຍັງອີກພຽງ 3 ຄົນທີ່ຍັງນໍາຫາບໍ່ໄດ້, ສ່ວນຜົນກວດຮອບທໍາອິດ ກ່ຽວກັບການຫາເຊື້ອພະຍາດໂຄວິດ-19 ໃນຈໍານວນ 19 ຄົນທີ່ສາມາດນໍາຕົວໄດ້ນັ້ນຜົນອອກມາເປັນລົບ ຖືວ່າບໍ່ພົບເຊື້ອພະຍາດ ແລະ ຍັງລໍຖ້າຜົນກວດຮອບທີ 2 ຕື່ມອີກ. ສໍາລັບ 3 ຄົນທີ່ຍັງເຫຼືອນັ້ນທາງທີມງານພະແນກສາທາລະນະສຸກແຂວງ  ແລະ  ຄະນະສະເພາະກິດເພື່ອປ້ອງກັນ,  ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ແຂວງຫລວງນໍ້າທາ ຍັງເລັ່ງຕິດຕາມຢູ່. 

ຂ່າວ: ມຸນຕີ

Related Articles

Leave a Reply