ເຫດເກີດລະເບີດ ແລະ ມີໄຟລຸກໄໝ້ຢູ່ດ່ານສາກົນແດນສະຫວັນເກີດຈາກ ການລັກລອບຂົນບັ້ງກະໂພກ ແລະ ບັ້ງໄຟພຸ

ເຫດເກີດລະເບີດ ແລະ ມີໄຟລຸກໄໝ້ຢູ່ດ່ານສາກົນແດນສະຫວັນເກີດຈາກ ການລັກລອບຂົນບັ້ງກະໂພກ ແລະ ບັ້ງໄຟພຸ

ກອງບັນຊາການປ້ອງກັນຄວາມສະຫງົບ ( ປກສ ) ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ເຫດເກີດລະເບີດ ແລະ ມີໄຟລຸກໄໝ້ຢູ່ດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດໃນວັນທີ 3 ທັນວາ 2020 ທີ່ຜ່ານມາ ເກີດຈາກ ການແຕກຂອງບັ້ງກະໂພກ ປິ່ງປ໋ອງ ແລະ ບັ້ງໄຟພຸຈຳນວນຫຼາຍທີ່ລັກລອບ ແລະ ຊຸກເຊື່ອງມານຳລົດບັນທຸກຫີນກາວ.

ທ່ານພັນໂທ ບຸນເລີດ ຄະທຸມພົນ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ທັງເປັນຜູ້ຊີ້ນຳໃນຂົງ ເຂດວຽກງານຕຳຫຼວດ ໄດ້ຖະແຫຼງຂ່າວເມື່ອບໍ່ດົນມານີ້ກ່ຽວກັບຜົນການສືບສວນ-ສອບສວນ ກ່ຽວກັບເຫດລະເບີດດັ່ງກ່າວວ່າ: ຫຼັງຈາກເກີດເຫດດັ່ງກ່າວໄດ້ມີການສືບສວນ-ສອບສວນ ຈາກເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງ, ເຈົ້າໜ້າທີ່ກົມສືບສວນ-ສອບສວນ ແລະ ກົມນິຕິວິທະຍາ ຂຶ້ນກັບກົມໃຫຍ່ຕຳຫຼວດກະຊວງປ້ອງກັນ ຄວາມສະຫງົບ ແລະ  ຊ່ຽວຊານທາງດ້ານວັດຖຸລະເບີດຈາກບໍລິສັດບໍ່ຄຳເຊໂປນ ພົບວ່າເຫດເກີດມີສຽງດັງແຕກ ແລະ ເກີດອັກຄີໄພດັ່ງກ່າວນັ້ນສາເຫດທີ່ແທ້ຈິງບໍ່ແມ່ນເກີດຈາກການວາງລະເບີດ ຫຼື ການແຕກຂອງລູກລະເບີດແຕ່ຢ່າງໃດ ແຕ່ເກີດຈາກການແຕກຂອງບັ້ງກະໂພກ ປິ່ງປ໋ອງ ແລະ ບັ້ງໄຟພຸຈຳນວນຫຼາຍ ທີ່ຊຸກເຊື່ອງມານຳລົດບັນທຸກຫີນກາວ, ຄົນຂັບຊື່ ທ້າວ ຫງວຽນແທັງຖຸຍ ອາຍຸ 44 ປີ, ສັນຊາດຫວຽດນາມ, ບ້ານດົງຮ່າ, ເມືອງດົງຮ່າ, ແຂວງ ກວາງຈິ ທີ່ບັນທຸກຫີນກາວ ຈາກບໍລິສັດແຮ່ທາດສະຫວັນຈໍາກັດ ທີ່ຕັ້ງຢູ່ເມືອງຈໍາພອນ ແຂວງສະຫວັນນະເຂດ.

ທ່ານພັນໂທ ບຸນເລີດ ໄດ້ກ່າວຕື່ມວ່າ: ປະຈຸບັນ, ທາງເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຍັງຕິດຕາມ ແລະ ສືບສວນ-ສອບສວນຫາທີ່ມາຕົ້ນທາງ ແລະ ປາຍທາງຂອງບັ້ງກະໂພກປິ່ງປ໋ອງ ແລະ ບັ້ງໄຟພຸ ດັ່ງກ່າວທີ່ກໍ່ໃຫ້ເກີດເຫດໃນຄັ້ງນີ້ ເພື່ອຕິດຕາມຜູ້ຮ່ວມຂະບວນການໃນການລັກລອບຂົນ ບັ້ງກະໂພກ ແລະ ບັ້ງໄຟພຸດັ່ງກ່າວເພື່ອມາດຳເນີນຄະດີຕາມລະບຽບກົດໝາຍ.

ເຫດການດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ ຈໍານວນ 3 ຄົນ (ຍິງ 1 ຄົນ) ຊຶ່ງເປັນຄົນສັນຊາດລາວ 2 ຄົນ ແລະ ສັນຊາດ ຫວຽດນາມ 1 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບສາຫັດ 7 ຄົນ (ຍິງ 1 ຄົນ) ຊຶ່ງເປັນຄົນລາວ 2 ຄົນ (ຍິງ 1 ຄົນ) ແລະ ຄົນຫວຽດນາມ 5 ຄົນເປັນເພດຊາຍ ນອກນັ້ນຍັງມີຊັບສິນຖືກໄຟໄໝ້ໃຊ້ການບໍ່ໄດ້ ແລະ ຊັບສິນທີ່ຖືກກະທົບ ຈາກການຟົ້ງຂອງຫີນກາວຈຳນວນໜຶ່ງ.

ຂໍ້ມູນ: ປກສ ແຂວງສະຫວັນນະເຂດ

Related Articles

Leave a Reply