ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນໄດ້ລົງໂຄສະນາເຜີຍແຜ່ຄວາມຮູ້ ກ່ຽວກັບຄວາມປອດໄພທາງຖະໜົນ ເພື່ອຫຼຸດຜ່ອນການເກິດອຸບັດເຫດ.
ການໂຄສະນາເຜີຍແຜ່ຄັ້ງນີ້ ໄດ້ຈັດຂື້ນ ຫວ່າງບໍ່ດົນມານີ້ ທີ່ມະຫາວິທະຍາໄລແຫ່ງຊາດ, ສະເໜີ ໂດຍ ວິຊາການ ພະແນກໂຄສະນາ ກົມຕຳຫຼວດຈະລາຈອນ, ທ່ານ ຮທ ວັນນະເລດ ໜໍ່ແກ້ວ.
ຈຸດປະສົງຄັ້ງນີ້ ເນັ້ນໃສ່ສ້າງຄວາມເຂົ່ໍ້າໃຈໃຫ້ບັນດານັກສຶກສາ ຄະນະສະຖາປັດຕະຍະກໍາສາດ ແລະ ພາກວິຊາຂົວທາງ, ຮຽນຮູ້ ກ່ຽວກັບກົດລະບຽບຈະລາຈອນ, ຫຼັກການຂີ່ລົດ ປອດໄພຕາມຖະໜົນ, ຄວາມອັນຕະລາຍທີ່ເກີດຈາກອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ. ພ້ອມນັ້ນ ຍັງເລັ່ງໃສ່ວຽກງານການໂຄສະນາສຶກສາອົບຮົມ ປູກຈິດສຳນຶກໃຫ້ຜູ້ໃຊ້ລົດໃຊ້ຖະໜົນໃຫ້ເຂົ້າໃຈ ຮັບຮູ້ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພຂອງການສັນຈອນ ແລະ ມີຄວາມເປັນລະບຽບທາງຖະໜົນ ຂອງຜູ້ຂັບຂີ່.
ອີງຕາມຂໍ້ມູນຂອງພະແນກ ຕຳຫຼວດຈະລາຈອນນະຄອນຫຼວງວຽງຈັນ, ອຸບັດເຫດສ່ວນໃຫຍ່ແມ່ນກ່ຽວຂ້ອງກັບການດື່ມສິ່ງມຶນເມົາແລ້ວຂັບຂີ່ໄວເກີນກຳນົດ, ໂດຍສະເພາະ ປີ 2019 ຜ່ານມານີ້, ທົ່ວປະເທດມີອຸບັດເຫດຕາມທ້ອງຖະໜົນ ທັງ ໝົດ 6.616 ຄັ້ງ, ໃນນັ້ນເສຍຊີວິດ 1.134 ຄົນ, ບາດເຈັບ 10.664 ຄົນ ແລະ ພາຫະນະເປ່ເພ 11.642 ຄັນ, ມີມູນຄ່າຄວາມເສຍຫາຍທັງໝົດ ຫຼາຍກວ່າ 101 ຕື້ກີບ.
ຂ່າວ: ວຽງຈັນທາຍ
ຮູບ: ໜ່ວຍກູ້ໄພ

