ລາວເລີ່ມມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19

ລາວເລີ່ມມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19

ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ມີຄວາມກັງວົນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ອາດຈະເກີດຂຶ້ນຮອບ 2 ຢູ່ພາຍໃນປະເທດຍ້ອນວ່າບັນດາປະເທດອ້ອມຂ້າງ ຫຼື ປະເທດທີ່ມີຊາຍແດນຕິດກັບລາວຍັງມີການແຜ່ລະບາດຂອງພະຍາດນີ້ຢູ່ ແລະ ບາງປະເທດກໍ່ພົບການລະບາດຮອບໃໝ່ຊຶ່ງມີຜູ້ຕິດເຊື້ອພະຍາດນີ້ຫຼາຍກວ່າ 500 ຄົນພາຍໃນວັນດຽວໂດຍສ່ວນຫຼາຍແມ່ນແຮງງານ.
 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວ ມື້ວັນທີ 21 ທັນວາ 2020 ທີ່ຜ່ານມາ ຢູ່ກະຊວງສາທາລະນະສຸກ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກວ່າ: ກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງໂດຍສະເພາະປະເທດໄທ ທີ່ພົບຜູ້ຕິດເຊື້ອມື້ດຽວເປັນຈໍານວນຫຼາຍຊຶ່ງສ່ວນໃຫ່ຍເປັນແຮງງານ ໄດ້ສ້າງຄວາມກັງວົນໃຫ້ຄະນະສະເພາະກິດໃນການປ້ອງກັນພະຍາດນີ້ ແລະ ໄດ້ເພີ່ມມາດຕະການປ້ອງກັນພະຍາດນີ້ຂຶ້ນຕື່ມຢູ່ຕາມດ່ານຕ່າງໆ ແລະ ຮຽກຮ້ອງ ໃຫ້ທຸກພາກສ່ວນ ລວມເຖິງພໍ່ແມ່ປະຊາຊົນພາຍໃນປະເທດໃຫ້ປະຕິບັດຕາມການແຈ້ງ ການຂອງຫ້ອງວ່າການລັດຖະບານ ແລະ ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດນີ້ຢ່າງເຂັ້ມງວດ. ໃນຮອດປັດຈຸບັນນີ້, ລາວຍັງພົບຜູ້ຕິດເຊື້ອສະ ສົມຈາກພະຍາດນີ້ 41 ກໍລະນີ ຊຶ່ງປິ່ນປົວຫາຍດີແລ້ວ 37 ກໍລະນີ, ຍັງພຽງແຕ່ 4 ກໍລະນີທີ່ຍັງນອນຮັກສາປິ່ນປົວພະຍາດນີ້ຢູ່ໂຮງໝໍມິດຕະພາບ ແຕ່ບໍ່ມີຜູ້ໃດທີ່ມີອາການໜ້າເປັນຫ່ວງ.
ທ່ານ ດຣ. ສີສະຫວາດໄດ້ກ່າວຕື່ມວ່າ: ຮອດວັນທີ 21 ທັນວາ 2020 ນີ້ ພະຍາດໂຄວິດ-19 ໄດ້ແຜ່ລະບາດໄປຍັງ 218 ປະເທດ/ຂົງເຂດ ແລ້ວ, ໃນທົ່ວໂລກ ມີຜູ້ຕິດເຊື້ອຫຼາຍກວ່າ 77 ລ້ານຄົນ, ເສຍຊີວິດແລ້ວຫຼາຍກວ່າ 1,6 ລ້ານຄົນ, ປະເທດທີ່ພົບຜູ້ຕິດເຊື້ອຫຼາຍກວ່າໜູ່ ຍັງແມ່ນສະຫະລັດອາເມລິກາ.  

ຂ່າວ: ວຽງຈັນທາຍ

Related Articles

Leave a Reply