ໂຄງການກໍ່ສ້າງຕ້ານເຈື່ອນແຄມນ້ຳຂອງ ແລະ ໂຄງການກໍ່ສ້າງຮ່ອງລະບາຍນ້ຳເປື້ອນຫ້ວຍ ລົງກົງ ແຂວງສະຫວັນນະເຂດ ຈະເປັນໃບໜ້າໃໝ່ເພື່ອເຮັດໃຫ້ນະຄອນໄກສອນ ພົມວິຫານ ມີຄວາມສະອາດງາມຕາ ແລະ ທັງເປັນການດຶງດູດນັກທ່ອງທ່ຽວ ໂດຍໄດ້ມີພິທີມອບ-ຮັບ ແລະ ເປີດນຳໃຊ້ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ ບໍລິເວນແຄມຂອງນະຄອນໄກສອນ ພົມວິຫານ.
ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະ ຊວງໂຍທາທິການ ແລະຂົນສົ່ງ(ຍທຂ) ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກ ຍທຂ ແຂວງ ໄດ້ກ່າວລາຍງານໃນພິທີມອບ-ຮັບວ່າ: ໂຄງການພັດທະນາຕົວເມືອງ ເປັນໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກທະນາ ຄານພັດທະນາອາຊີ ມີມູນຄ່າທັງໝົດ 47.740.000 ໂດລາ, ໜ້າວຽກທີ່ປະຕິບັດລວມມີ 7 ໜ້າວຽກ, ກວມເອົາ 3 ຕົວເມືອງຂອງແຂວງສະຫວັນນະເຂດຄື: ນະຄອນໄກສອນ ພົມວິຫານ, ເທສະບານເມືອງພີນ ແລະ ບ້ານແດນສະຫວັນ ເມືອງເຊໂປນ; ສຳລັບໂຄງການກໍ່ສ້າງກັນເຈື່ອນ ນະຄອນໄກສອນ ພົມວິຫານ ແມ່ນໜຶ່ງໃນໂຄງການທີ່ຈັດຕັ້ງປະຕິບັດສຸດທ້າຍມີຄວາມຍາວ 980 ແມັດ ຍື່ນອອກໄປຈາກຂອບທາງຖະໜົນທ່າແຮ່ 50 ແມັດ, ມູນຄ່າການກໍ່ສ້າງ ລວມມີກັນເຈື່ອນ ແລະ ເສັ້ນທາງ 4.506.063 ໂດລາ.
ນອກນັ້ນ ຍັງມີໜ້າວຽກເພີ່ມເສັ້ນທາງຄອນກີດ ແຕ່ທ່າບັກຫາສວນສາທາລະນະໜູຮັກພູມສະຫວັນ ແລະ ເສັ້ນທາງສຸຂາວະດີ(ເສັ້ນດອນຫໍ) ເພີ່ມເຂົ້າຕື່ມໄລຍະຄວາມຍາວ 751 ແມັດ ມີມູນຄ່າ 609.989 ໂດລາ, ລວມມູນຄ່າ ທັງໝົດ 5.116.052 ໂດລາ ໂດຍແມ່ນບໍລິສັດລາວມີໄຊກໍ່ສ້າງ ເປັນຜູ້ຮັບເໝົາການກໍ່ສ້າງ.
ຂ່າວ-ພາບ: ສພຂ

