ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໄດ້ກ່າວໃນພິທີສະເຫຼີມສະຫຼອງວັນເຄື່ອນຍ້າຍແຮງງານສາກົນ ຈັດຂຶ້ນໃນວັນທີ 22 ທັນວາ 2020 ທີ່ ສະໂມສອນຄະນະວິສະວະກຳສາດ ວ່າ: ສະພາບການເຄື່ອນຍ້າຍແຮງງານຢູ່ ສປປ ລາວ ກໍ່ມີທັງການເຄື່ອນຍ້າຍແຕ່ເຂດຊົນນະບົດເຂົ້າສູ່ຕົວເມືອງ ແລະ ເຄື່ອນຍ້າຍອອກໄປເຮັດວຽກຢູ່ຕ່າງປະເທດ ນັບທັງຖືກຕ້ອງຕາມກົດຫມາຍ ແລະ ແບບບໍ່ຖືກ ກົດໝາຍໂດຍສະເພາະແມ່ນການເຄື່ອນຍ້າຍໄປເຮັດວຽກຢູ່ປະເທດເພື່ອນບ້ານໃກ້ຄຽງ.
ປະຈຸບັນ ມີແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ທີ່ຖືກຕ້ອງຕາມກົດໝາຍ ໂດຍຜ່ານການອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຢູ່ 3 ປະເທດ ຄື:ປະເທດໄທ, ຍີ່ປຸ່ນ ແລະ ສ. ເກົາຫຼີ ລວມທັງໝົດ 214.000 ຄົນ.
ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໄດ້ກ່າວ ອີກວ່າ: ຕໍ່ກັບບັນຫາການເຄື່ອນຍ້າຍແຮງງານ, ພັກ ແລະ ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍຕໍ່ຊາຕາກຳຂອງຊາວຜູ້ອອກແຮງງານ ໂດຍສະເພາະແມ່ນແຮງງານເຄື່ອນຍ້າຍໄປຕ່າງປະເທດ, ເຊິ່ງສະແດງອອກ, ໃນການປະກອບສ່ວນເຂົ້າເປັນຄະນະກຳມະການອາຊຽນກ່ຽວກັບແຮງງານເຄື່ອນຍ້າຍ ເພື່ອຈັດຕັ້ງປະຕິບັດຖະແຫລງການອາຊຽນ ວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດທິຂອງແຮງງານເຄື່ອນຍ້າຍຢ່າງຕັ້ງໜ້າ.
ນອກຈາກນີ້ ສປປ ລາວ ກໍໄດ້ໃຫ້ຄວາມສໍາຄັນ ແລະ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາຂອງອົງການແຮງງານສາກົນແລ້ວຈໍານວນ 9 ສະບັບ, ພ້ອມກັນນັ້ນ ກໍ່ໄດ້ມີການຮ່ວມມືກັບປະເທດໃກ້ຄຽງເປັນຕົ້ນໄດ້ມີການປັບປຸງ ແລະ ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງຣາຊະອານາຈັກໄທ ວ່າດ້ວຍການຮ່ວມມືການຈ້າງແຮງງານ ເຊິ່ງບົດບັນທຶກຄວາມເຂົ້າໃຈສະບັບໃໝ່ນີ້ ບໍ່ພຽງແຕ່ເນັ້ນໜັກການຈັດຫາງານ ແຕ່ຍັງໄດ້ເພີ່ມບັນຫາການຄຸ້ມຄອງແຮງງານ, ການພັດທະນາສີມືແຮງງານ ແລະ ການປະກັນສັງຄົມ.
ສໍາລັບ ປີ 2020, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການແຮງງານສາກົນ(ILO) ໄດ້ຮ່ວມກັນຈັດງານ ສະເຫຼີມສະຫລອງວັນແຮງງານເຄື່ອນຍ້າຍສາກົນ, ຊຶ່ງອົງການສະຫະປະຊາຊາດໄດ້ຮັບຮອງເອົາ ‘ວັນທີ 18 ທັນວາ’ເປັນວັນແຮງງານເຄື່ອນຍ້າຍສາກົນ, ຕັ້ງແຕ່ນັ້ນເປັນຕົ້ນມາ ບັນດາປະເທດສະມາຊິກຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ເຄື່ອຂ່າຍອົງການສະຫະປະຊາຊາດໄດ້ຈັດງານສະເຫຼີມສະຫຼອງວັນແຮງງານເຄື່ອນຍ້າຍສາກົນ ຂື້ນໃນທຸກໆປີ.
ຂໍ້ມູນ: ຮສສ

