ຄ່າບໍລິການທາງດ່ວນເລີ່ມຈາກ 600 ຫາ 2.000 ກີບ/ກິໂລແມັດ

ຄ່າບໍລິການທາງດ່ວນເລີ່ມຈາກ 600 ຫາ 2.000 ກີບ/ກິໂລແມັດ

ບໍລິສັດຮ່ວມທຶນລາວ-ຈີນຈໍາກັດ ໄດ້ວາງປ້າຍປະກາດມາດຕະຖານການເກັບຄ່າຜ່ານທາງດ່ວນວຽງຈັນ-ວັງວຽງ ໃນມື້ວັນທີ 24 ທັນວາ 2020 ນີ້ ຊຶ່ງມີລາຄາເລີ່ມຕົ້ນ ຈາກ 600 ກີບ ຫາ 2.000 ກີບຕໍ່ກິໂລແມັດ (ກມ).

ການເກັບເງິນຜ່ານທາງດັ່ງກ່າວໄດ້ແບ່ງອອກສໍາລັບລົດແຕ່ລະປະເພດດັ່ງນີ້: ລົດບັນທຸກປະເພດ1 ທີ່ມີນໍ້າໜັກບໍ່ເກີນ 2 ໂຕນ ຄິດໄລ່ລາຄາແມ່ນ 600 ກີບ/ກມ ໝາຍຄວາມວ່າຈາກນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ຊຶ່ງມີຄວາມຍາວ 109,9 ກິໂລແມັດ ແມ່ນເອົາມູນຄ່າ 600 ກີບ ຄູນຕາມໄລຍະທາງເລີຍ, ລົດບັນທຸກປະເພດ 2 ທີ່ມີນໍ້າໜັກ 2 ໂຕນ ຫາ 5 ໂຕນ ລາຄາແມ່ນ 1.000 ກີບ/ກມ, ລົດບັນທຸກປະເພດ3 ນໍ້າໜັກແຕ່ 5 ໂຕນ ຫາ 10 ໂຕນ ລາຄາແມ່ນ 1.400 ກີບ/ກມ, ລົດບັນທຸກປະເພດ 4 ນໍ້າໜັກ 10ໂຕນ ຫາ 15 ໂຕນລາຄາແມ່ນ 2. 000 ກີບ/ກມ.

ນອກນັ້ນຍັງມີຄ່າຜ່ານສະເພາະປະເພດລົດໂດຍສານ ຊຶ່ງລົດໂດຍສານປະເພດ1  ທີ່ມີ 7 ບ່ອນນັ່ງລົງມາ ແມ່ນ 600 ກີບ/ກມ, ລົດປະເພດ 2 ມີ 8 ຫາ 9 ບ່ອນນັ່ງ ແມ່ນ 1.000ກີບ/ກ, ລົດປະເພດ3 ມີ 20 ຫາ 39 ບ່ອນນັ່ງ ແມ່ນລາຄາ 1.400 ກີບ/ກມ ແລະ ລົດປະເພດ 4 ມີ 40 ບ່ອນນັ່ງຂຶ້ນໄປ ແມ່ນ 2.000 ກີບ/ກມ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply