ບໍລິສັດ ລິ ກໍ່ສ້າງສໍາຫຼວດ ແລະ ອອກແບບຈໍາກັດຜູ້ດຽວ ສົນໃຈລົງທຶນກ່ຽວກັບໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ເຫຼັກ, ແຮ່ໄດໂອໄທ ແລະ ແຮ່ແມັກດີໄທ ຢູ່ເຂດບ້ານກໍໄຮ ເມືອງອານຸວົງ ແລະ ເຂດບ້ານໂພນໂຮມ ເມືອງທ່າໂທມ ແຂວງໄຊສົມບູນ ໃນເນື້ອທີ່ 49, 24 ກິໂລແມັດ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ກ່ຽວກັບໂຄງການດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເມືອງອານຸວົງ ລະຫວ່າງ ອົງການປົກຄອງແຂວງໄຊສົມບູນ, ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນ ແຂວງ ແລະ ບໍລິສັດ ລິ ກໍ່ສ້າງສໍາຫຼວດ ແລະ ອອກແບບຈໍາກັດຜູ້ດຽວ, ນັບແຕ່ມື້ເຊັນສັນຍານີ້ບໍລິສັດຈະໃຊ້ເວລາ 24 ເດືອນໃນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ແລະ ສຶກສາຜົນກະທົບເບື້ອງຕົ້ນຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ.
ຂ່າວ-ພາບ: ນາງ ຕູດ ຄໍາພໍໃຈ

