ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ຮ່ວມລົງນາມເຊັນສັນຍາ ກັບບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈໍາກັດ ຜູ້ດຽວ ກ່ຽວກັບການ ເພີ່ມເຕີມພາກ ຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າ ຂະໜາດນ້ອຍນໍ້າຕ່າຍ, ຢູ່ເຂດບ້ານ ນາຫີນ ບູນ, ເມືອງທ່າໂທມ ແຂວງໄຊສົມບູນ.
ຮອງຫົວໜ້າພະແນກແຜນການ ແລະ ການ ລົງທຶນແຂວງໄຊສົມບູນ, ທ່ານ ສົມລິດ ສຸພັດດີ ໄດ້ກ່າວໃນພິທີເຊັນສັນຍາດັ່ງກ່າວ ເມື່ອບໍ່ດົນມານີ້ ທີ່ສະໂມສອນກອງບັນຊາ ການ ທະຫານແຂວງ ວ່າ: ໃນສັນຍາສຳປະ ທານເພີ່ມເຕີມພາກຂະຫຍາຍ ໂຄງການກໍ່ ສ້າງເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ ແມ່ນໄດ້ຕົກລົງເຫັນດີໃຫ້ບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈຳກັດຜູ້ດຽວ ຊຶ່ງເປັນບໍລິສັດເອກະຊົນ 100% ເພີ່ມກຳລັງຕິດຕັ້ງຕື່ມອີກ 6 ເມກາວັດ, ມີມູນຄ່າລົງທຶນທັງໝົດ 2.575.000 ໂດລາສະຫະລັດ, ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ຈົ່ງເອົາໃຈໃສ່ຕິດຕາມກວດກາ ບັນດາຂົງເຂດວຽກງານຂອງໂຄງການ ເພື່ອຮັບປະກັນໃຫ້ການດຳເນີນໂຄງການມີຜົນສຳເລັດຕາມແຜນການທີ່ວາງໄວ້.
ເຂົ້າຮ່ວມໃນພິທີເຊັນສັນຍາດັ່ງກ່າວມີຮອງເຈົ້າແຂວງໄຊສົມບູນ, ທ່ານ ພອຍຄຳ ຮຸ່ງບຸນຍວງ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງ .
ຂໍ້ມູນ: ພຸດທະສອນ ເວດສະວົງ

